ຍີ່ປຸ່ນ - ອາເມລິກາ ເລື່ອນເວລາການເຈລະຈາດ້ານການຄ້າຄັ້ງທໍາອິດ

(VOVWORLD) -ຍີ່ປຸ່ນ - ອາເມລິກາ ຄາດວ່າຈະເລື່ອນແຜນການຂອງການເຈລະຈາດ້ານການຄ້າຄັ້ງທໍາອິດ ຈາກທ້າຍເດືອນກໍລະກົດ ຮອດ ເດືອນ ສິງຫາໜ້ານີ້.

ຕາມສໍານັກຂ່າວສານ Kyodo, ວັນທີ 24 ກໍລະກົດ, ຍີ່ປຸ່ນ - ອາເມລິກາ ຄາດວ່າຈະເລື່ອນແຜນການຂອງການເຈລະຈາດ້ານການຄ້າຄັ້ງທໍາອິດ ຈາກທ້າຍເດືອນກໍລະກົດ ຮອດ ເດືອນ ສິງຫາໜ້ານີ້. ສໍານັກຂ່າວສານ Kyodo ໄດ້ຄັດສະເໜີບາງແຫຼ່ງຂໍ້ມູນຂ່າວ ໂດຍໃຫ້ຮູ້ວ່າ ອາເມລິກາໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກໃນການສັບຊ້ອນການເຈລະຈາ ເມື່ອ ວໍຊິງຕັນ ພວມຕົກຢູ່ໃນສະພາບທີ່ເຄັ່ງຕຶງດ້ານການຄ້າກັບຈີນ, ສະຫະພາບເອີຣົບ ແລະ ພວມເຈລະຈາສັນຍາການຄ້າເສລີ ອາເມລິກາເໜືອ ກັບ ການາດາ ແລະ ເມັກຊີໂກຄືນໃໝ່.

        ຄາດວ່າການເຈລະຈາດ້ານການຄ້າລະຫວ່າງອາເມລິກາ - ຍີ່ປຸ່ນ ຈະຈັດຕັ້ງຢູ່ວໍຊິງຕັນ, ໂດຍຈະມີການເຂົ້າຮ່ວມຂອງທ່ານ Toshimitsu Motegi ລັດຖະມົນຕີດ້ານເສດຖະກິດ - ນະໂຍບາຍພາສີ ຍີ່ປຸ່ນ ແລະ ທ່ານ Robert Lingthizer ຜູ້ຕາງໜ້າການຄ້າ ອາເມລິກາ. ສອງຝ່າຍອາດຈະປຶກສາຫາ     ລືກ່ຽວກັບແບບວິທີ ເພື່ອປະຕິບັດການຄ້າເສລີໃຫ້ດີທີ່ສຸດ, ມີຄວາມຍຸຕິທໍາ ແລະ ມີຜົນປະໂຫຍດໃຫ້ທັງສອງຝ່າຍ.  ນອກຈາກນັ້ນ, ບັນດາແຫຼ່ງຂ່າວກໍໃຫ້ຮູ້ວ່າ ລັດຖະບານຍີ່ປຸ່ນ ຄາດວ່າຈະຈັດຕັ້ງການເຈລະຈາຄັ້ງທີ 2 ໃນທ້າຍເດືອນ ກັນຍາ ເພື່ອແນໃສ່່ບັນລຸຂໍ້ຕົກລົງບາງສະບັບກ່ຽວກັບການຮ່ວມມືສອງຝ່າຍ.



ຕອບກັບ

ຂ່າວ/ບົດ​ອື່ນ