ຍີ່ປຸ່ນ, ອາເມລິກາ ແລະ ສ. ເກົາຫຼີ ກະກຽມຈັດກອງປະຊຸມ 3 ຝ່າຍ

(VOVWORLD) - ຄາດວ່າ, ທ່ານ Abe ຈະຮຽກຮ້ອງເພີ່ມທະວີການຮ່ວມມື 3 ຝ່າຍເພື່ອແນໃສ່ຮັບມືກັບໄພນາບຂູ່ຈາກ ສປປ ເກົາຫຼີ, ໃນສະພາບການ ພຽງຢາງ ສືບຕໍ່ພັດທະນາບັນດາອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ.
ຍີ່ປຸ່ນ, ອາເມລິກາ ແລະ ສ. ເກົາຫຼີ ກະກຽມຈັດກອງປະຊຸມ 3 ຝ່າຍ - ảnh 1 ພາບປະກອບ

ວັນທີ 20 ມິຖຸນາ, ບັນດາແຫຼ່ງຂ່າວຈາກລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ປະເທດນີ້ໄດ້ເລີ່ມຕົ້ນບັນດາບາດກ້າວກະກຽມໃຫ້ແກ່ກອງປະຊຸມ 3 ຝ່າຍລະຫວ່າງ ທ່ານນາຍົກລັດຖະມົນຕີ Shinzo Abe, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae –in ຄາດວ່າຈະຈັດຂຶ້ນໃນເດືອນກໍລະກົດຈະມາເຖິງ. ທີ່ກອງປະຊຸມນີ້, ຄາດວ່າ, ທ່ານ Abe ຈະຮຽກຮ້ອງເພີ່ມທະວີການຮ່ວມມື 3 ຝ່າຍເພື່ອແນໃສ່ຮັບມືກັບໄພນາບຂູ່ຈາກ ສປປ ເກົາຫຼີ, ໃນສະພາບການ ພຽງຢາງ ສືບຕໍ່ພັດທະນາບັນດາອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ.

        ຕາມແຜນການແລ້ວ, ກອງປະຊຸມ 3 ຝ່າຍຈະດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (ຈີ 20) ຢູ່ ເຢຍລະມັນ. ນີ້ຈະແມ່ນກອງປະຊຸມຄັ້ງທຳອິດລະຫວ່າງ 3 ປະເທດນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae –in ຂຶ້ນກຳອຳນາດໃນຕົ້ນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ