ຍີ່ປຸ່ນ ເພີ່ມທະວີພາລະໜ້າທີ່ໃຫ້ແກ່ກຳລັງປ້ອງກັນຕົວບົນທະເລ

ຍີ່ປຸ່ນ ເພີ່ມທະວີພາລະໜ້າທີ່ໃຫ້ແກ່ກຳລັງປ້ອງກັນຕົວບົນທະເລ - ảnh 1
ການຊ້ອນຮົບຂອງ ກຳລັງ SDF
(ພາບ: Kyodo/TTXVN)

(vovworld) – ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ຈະ​ກຳ​ນົດ​ເລື່ອງ​ເພີ່ມ​ທະວີ​ບັນດາ​ພາລະ​ໜ້າ​ທີ່​ການ​ເດີນ​ເຮືອ​ຂອງ​ກຳລັງ​ປ້ອງ​ກັນຕົວ (SDF) ​ໃນ​ແຜນການ​ປັບປຸງ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ຢ່າງ​ຍາວ​ນານຂອງ ຍີ່ປຸ່ນ ​ໂດຍ​ລະອຽດ, ບັນຫາ​ນີ້ຈະ​ຍົກ​ອອກ​ມາ​ໃນ​ບົດລາຍ​ງານ​ຊົ່ວຄາວ​ໃນທ້າຍ​ປີ​ນີ້. ການ​ກະທຳ​ນີ້​ໃຫ້​ເຫັນ​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ​ໄດ້​ຍົກ​ສູງ​ຄວາມ​ສຳຄັນ​ຂອງ​​ເລື່ອງ​ເພີ່ມ​ທະວີ​ການປ້ອງ​ກັນ​​ເກາະ​ແຫ່ງ​ຕ່າງໆ​ຢູ່​ຫ່າງ​ໄກ​ຂອງ SDF, ​ໃນ​ສະພາບ​ການ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ​ໂຕ​ກຽວ ​ແລະ ປັກ​ກິ່ງ ທີ່​ກ່ຽວຂ້ອງ​ເຖິງ​ໝູ່​ເກາະ Senkaku ​ໃນ​ທະ​ເລ​ຮວາ​ຕູ​ງ ​ເຊິ່ງຝ່າຍ​ຈີນ ກໍ່​ປະກາດ​ມີອະທິປະ​ໄຕ ​ແລະ ​ເອີ້ນ​ວ່າ ຕ໋ຽວອີ. ຄາດ​ວ່າ, ບົດ​ລາຍ​ງານ​ຊົ່ວຄາວ​ກ່ຽວ​ກັບ​ທິດທາງ​ໂຄງການ​ປ້ອງ​ກັນ​ປະ​ເທດ​ຂອງ ຍີ່ປຸ່ນ ​ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ທ້າຍ​ເດືອນ​ນີ້​ພາ​ຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ສູງ​ເມື່ອ​ວັນ​ທີ 21/7 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ