ຍີ່​ປຸ່ນ, ເມັກ​ຊີ​ໂກ ເຫັນ​ດີ​ ແລະ ສະ​ໜັບ​ສະ​ໜູນ​ການ​ເພີ່​ມ​ຈຳ​ນວນ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ສັນ​ຍາ CPTPP

(VOVWORLD) -ວັນທີ 5 ມັງກອນ, ຍີ່ປຸ່ນ ແລະ ເມັກຊີໂກ ໄດ້ເຫັນດີສົມທົບກັນປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສະໜັບສະໜູນການເພີ່ມຈຳນວນສະມາຊິກຂອງ ສັນຍາການຄ້າເສລີດັ່ງກ່າວ.
ຍີ່​ປຸ່ນ, ເມັກ​ຊີ​ໂກ ເຫັນ​ດີ​ ແລະ ສະ​ໜັບ​ສະ​ໜູນ​ການ​ເພີ່​ມ​ຈຳ​ນວນ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ສັນ​ຍາ CPTPP - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi (ພາບ: Strait Times)

ໃນກອງປະຊຸມທີ່ດຳເນີນຢູ່ ເມັກຊີໂກ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ເນັ້ນໜັກກັບຄູ່ຕຳແໜ່ງ ເມັກຊີໂກ Marcelo Ebrard ວ່າ ໂຕກຽວ ຢາກຮ່ວມມືຢ່າງແໜ້ນແຟ້ນ ເພື່ອຮັກສາ ແລະ ເພີ່ມທະວີຂອບເຂດເສດຖະກິດເສລີ ແລະ ເປີດກວ້າງນີ້.

        ຫວ່າງມໍ່ໆມານີ້, ອັງກິດ, ຈີນ ແລະ ສ.ເກົາຫຼີ ໄດ້ສະແດງຄວາມສົນໃຈຕໍ່ການເຂົ້າຮ່ວມສັນຍາ CPTPP, ໃນຂະນະທີ່ເຈົ້າໜ້າທີ່ຂອງ ຍີ່ປຸ່ນ ຍັງຄົງຕິດຕາມຢ່າງໃກ້ຊິດວ່າ ພາຍໃຕ້ອຳນາດການປົກຄອງຂອງລັດຖະບານໃໝ່, ອາເມລິກາ ຈະກັບຄືນສູ່ເຂົ້າຮ່ວມສັນຍາດັ່ງກ່າວຫຼືບໍ?


ຕອບກັບ

ຂ່າວ/ບົດ​ອື່ນ