ຍີ່​ປຸ່ນ ເລີ່ມ​ກໍ່​ສ້າງ​ເຮືອນ​ຢູ່​ຊົ່ວ​ຄາວ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ

(VOVWORLD) -  ຕາມກົດໝາຍວ່າດ້ວຍການຊ່ວຍເຫຼືອໄພທຳມະຊາດຂອງ ຍີ່ປຸ່ນ ແລ້ວ, ຜູ້ປະສົບເຄາະຮ້າຍຈາກຜົນກະທົບຂອງໄພທຳມະຊາດ ຈະໄດ້ຮັບການຊ່ວຍເຫຼືອບ່ອນຢູ່ໂດຍບໍ່ເກັບຄ່າ ໃນເວລາຫຼາຍສຸດແມ່ນ 2 ປີ ຫຼື ຈົນຮອດເວລາໃດທີ່ເຂົາເຈົ້າຊອກບ່ອນຢູ່ໃໝ່ໄດ້.
ຍີ່​ປຸ່ນ ເລີ່ມ​ກໍ່​ສ້າງ​ເຮືອນ​ຢູ່​ຊົ່ວ​ຄາວ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ - ảnh 1ສະພາບການຢູ່ນະຄອນ Waijima, Ishikawa ຫຼັງເຫດແຜ່ນດິນໄຫວ (ພາບ:THX/TTXVN)

ວັນທີ 12 ມັງກອນ, ອຳນາດການປົກຄອງແຂວງ Ishikawa, ຍີ່ປຸ່ນ ເລີ່ມລົງມືກໍ່ສ້າງເຮືອນຢູ່ຊົ່ວຄາວ ໃຫ້ແກ່ຜູ້ທີ່ມີເຮືອນຊານຖືກທຳລາຍເສຍຫາຍໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນມື້ທຳອິດຂອງປີໃໝ່ 2024.  ອຳນາດການປົກຄອງ ແຂວງ Ishikawa ມີແຜນການສ້າງເຮືອນຢູ່ຊົ່ວຄາວຈຳນວນ 115 ຫຼັງ ຢູ່ນະຄອນ Wajima ແລະ ນະຄອນ Suzu - ເຊິ່ງເປັນ 2 ທ້ອງຖິ່ນທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກເຫດແຜ່ນດິນໄຫວ ທີ່ມີຄວາມແຮງ 7,6 ຣິກເຕີ ໃນວັນທີ 1 ມັງກອນ ຜ່ານມາ, ແລະ 60 ຫຼັງຢູ່ເທດສະບານ Noto ແລະ Anamizu  ໃນເວລາປະມານ 1 ເດືອນ.

   ຕາມກົດໝາຍວ່າດ້ວຍການຊ່ວຍເຫຼືອໄພທຳມະຊາດຂອງ ຍີ່ປຸ່ນ ແລ້ວ, ຜູ້ປະສົບເຄາະຮ້າຍຈາກຜົນກະທົບຂອງ ໄພທຳມະຊາດ ຈະໄດ້ຮັບການຊ່ວຍເຫຼືອບ່ອນຢູ່ໂດຍບໍ່ເກັບຄ່າ ໃນເວລາຫຼາຍສຸດແມ່ນ 2 ປີ ຫຼື ຈົນຮອດເວລາໃດ ທີ່ເຂົາເຈົ້າຊອກບ່ອນຢູ່ໃໝ່ໄດ້. ຜູ້ທີ່ຖືກຜົນກະທົບຈາກທຳມະຊາດ ກໍສາມາດເລືອກເອົາວິທີ ເຊົ່າເຮືອນຢູ່ ໂດຍລາຍຈ່າຍທັງໝົດແມ່ນອຳນາດການປົກຄອງທ້ອງຖິ່ນເປັນພາກສ່ວນຮັບຜິດຊອບ.


ຕອບກັບ

ຂ່າວ/ບົດ​ອື່ນ