ຍີ່ປຸ່ນ ເລີ່ມຕົ້ນການປ່ອນບັດ ເລືອກຕັ້ງສະພາຕໍ່າ ກ່ອນກຳນົດເວລາ

ຍີ່ປຸ່ນ ເລີ່ມຕົ້ນການປ່ອນບັດ ເລືອກຕັ້ງສະພາຕໍ່າ ກ່ອນກຳນົດເວລາ - ảnh 1
ສະຖານທີ່ປ່ອນ​ບັດ​ເລືອກ​ຕັ້ງໜຶ່ງຢູ່ຍີ່ປຸ່ນ
(ພາບປະກອບ)


(vovworld) -     ການ​ເລືອກ​ຕັ້ງ​ສະພາ​ຕໍ່າ ຍີ່ປຸ່ນ ​ໄດ້​ດຳ​ເນີນ​ໄປ​ກ່ອນ​ກຳນົດ​ເວລາ​ຢູ່​​ເທດສະບານ​ເມືອງ Kesennuma, ​ແຂວງ Miyagi. ຕອນ​ເຊົ້າ​ວັນ​ທີ 9/12, ອຳນາດ​ການ​ປົກຄອງ​ເທດສະບານ​ເມືອງ ​ເລີ່​ມຕົ້ນ​ຈັດ​ຕັ້ງ​ຄະນະ​ນຳຫີບ​ປ່ອນ​ບັດ​ເລືອກ​ຕັ້ງ​ໄປ​ເຖິງ​ບັນດາ​ເຂດ​ເຮືອນ​ຢູ່ຊົ່ວຄາວທີ່​ສະ​ຫງວນ​ໃຫ້ປະຊາຊົນ​ເທດສະບານດັ່ງກ່າວ, ​ເຊິ່ງຕ້ອງ​ຍົກຍ້າຍພາຍຫຼັງ​ເຫດ​ແຜນ​ດິນ​ໄຫວ ​ແລະ ຄື້ນ​ຍັກ​ເມື່ອ​ຕົ້ນ​ເດືອນ 3/2011, ​ເພື່ອ​ໃຫ​້​ເຂົ້າ​ເຈົ້າ​ປ່ອນ​ບັດກ່ອນ​ທີ່​ການ​ເລືອກ​ຕັ້ງ​ສະພາ​ຕໍ່າ​ເລີ່​ມຕົ້ນ​ຢ່າງເປັນ​ທາງ​ການ​ໃນ​ວັນ​ທີ 16/12. ​ເຫດການ​ອື່ນ​ອີກທີ່​ກ່ຽວຂ້ອງ​ເຖິງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະພາ​ຕໍ່າ​ທີ່​ຈະ​ມາ​ເຖິງ, ວັນ​ທີ 9/12, ປະທານ​ພັກ​ປະຊາທິປະ​ໄຕ​ເສລີ (LDP) - ພັກ​ຝ່າຍ​ຄ້ານ​ໃຫຍ່​ສຸດ​ຢູ່​ຍີ່ປຸ່ນ, ອະດີດ​ນາຍົກລັດຖະມົນຕີ Shinzo Abe ​ໄດ້​ປະຕິບັດຄວາມ​ສາມາດ​ສ້າງ​ຕັ້ງ​ລັດຖະບານ​ປະສົມ​ກັບ​ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ (DPJ) ກຳ​ອຳນາດ​ຂອງ​ທ່ານ​ນາຍົກ​ລັດ​ຖະມົນຕີ​ຄົນ​ປະຈຸ​ບັນ Yoshihiko Noda ພາຍຫຼັງ​ການ​ເລືອກ​ຕັ້ງ. ບັນດາ​ການ​ຢັ່ງ​ຫາງ​ສຽງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫ​ັນວ່າ LDP ພວມ​ມີ​ທ່າ​​ໄດ້​ປຽບ ​ແລະ ອາດສາມາດຈະກຳ​ອຳນາດຄືນ​​ໃໝ່ ພາຍຫຼັງ​​ທີ່ພັກ​ DPJ ​ກຳ​ອຳນາດເປັນ​ເວລາ 3 ປີ.

ຂ່າວ/ບົດ​ອື່ນ