ຍີ່ປຸ່ນ ເລີ່ມທຳການເຄື່ອນໄຫວ ເຕົານິວເຄຼຍທຳອິດຄືນໃໝ່

ຍີ່ປຸ່ນ ເລີ່ມທຳການເຄື່ອນໄຫວ ເຕົານິວເຄຼຍທຳອິດຄືນໃໝ່ - ảnh 1
ຜູ້ແຫ່ຂະບວນປະທ້ວງຕ້ານທຳການເຄື່ອນໄຫວຢູ່ໂຮງງານໄຟຟ້າ Oi
(ພາບ: AFP)

(vovworld) - ຕອນ​ຄຳ່​ວັນ​ທີ 1/7, ​ເຕົາ​ນິວ​ເຄຼຍ​ເລກ 3 ຢູ່ ​ໂຮງງານ​ໄຟຟ້າ​ນິວ​ເຄຼຍຂອງ ບໍລິສັດ​ໄຟຟ້າ Kansai, ແຂວງ Fukui ທາງ​ພາກ​ກາງ ຍີ່​ປຸ່ນ ​​ໄດ້​ນຳເຂົ້າ​ເຄື່ອນ​ໄຫວ​ຄືນ​ໃໝ່. ນີ້​ແມ່ນ​ເຕົາ​ນິວ​ເຄຼຍທຳ​ອິດ ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ຄືນ​ໃໝ່ ນັບ​ແຕ່​ເມື່ອ​ເຕົາ​ນິວ​ເຄຼຍ 50 ​ແຫ່ງ​ຂອງ​ປະ​ເທດ​ນີ້ ​ຖືກຢຸດຕິ​ການ​ເຄື່ອ​ນ​ໄຫວ ຍ້ອນ​ບັນດາ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ ພາຍຫຼັງ ​​​ໄພພິບັດ​ນິວ​ເຄຼຍ Fukushima ປີ 2011 ຜ່ານ​ມາ. ລັດຖະບານ ຍີ່ປຸ່ນ ​ໄດ້​ວາງ​ອອກ​ບັນດາ​ຂໍ້​ກຳນົດ​ໃໝ່ ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້​ແກ່​ບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ​ປະ​ເທດ​ນີ້, ພາຍຫຼັງ​ເຫດການ​ຢູ່ ​ໂຮງງານ ​ໄຟຟ້າ Fukushima ​ແລະ ມາ​ຮອດ​ປະຈຸ​ບັນ, ບັນດາ​ຂໍ້​ກຳນົດ​ນີ້ ​ໄດ້ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ.

 

ຂ່າວ/ບົດ​ອື່ນ