ຍີ່​ປຸ່ນ ເຫັນ​ດີ​ເຂົ້​າ​ຮ່ວມ​ລະ​ບົບ​ຕິດ​ຕໍ່​ສາຍ​ດ່ວນ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

(VOVWORLD) - ຍີ່ປຸ່ນ ຈະເຂົ້າຮ່ວມລະບົບຕິດຕໍ່ສາຍດ່ວນເຊື່ອມຕໍ່ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດໃນກຸ່ມ ອາຊຽນ.
ຍີ່​ປຸ່ນ ເຫັນ​ດີ​ເຂົ້​າ​ຮ່ວມ​ລະ​ບົບ​ຕິດ​ຕໍ່​ສາຍ​ດ່ວນ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi (ພາບ: Kyodo/TTXVN)

ທີ່ກອງປະຊຸມເຈລະຈາທາງໄກກັບທ່ານ Dato Paduka Seri Haji Awang Halbi bin Haji Mohd Yussof ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີສອງຂອງ ບຣູໄນ ທີ່ໄດ້ຈັດຂຶ້ນໃນວັນທີ 28 ທັນວາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi ໃຫ້ຮູ້ວ່າ ຍີ່ປຸ່ນ ຈະເຂົ້າຮ່ວມລະບົບຕິດຕໍ່ສາຍດ່ວນເຊື່ອມຕໍ່ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດໃນກຸ່ມ ອາຊຽນ.

        ການກະທຳດັ່ງກ່າວຖືກດຳເນີນພາຍຫຼັງທີ່ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ພ້ອມດ້ວຍຄູ່ຮ່ວມມື ລວມມີ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ລັດເຊຍ, ສ.ເກົາຫຼີ ແລະ ອາເມລິກາ ເຫັນດີເປັນເອກະພາບໃນກອງປະຊຸມທາງໄກເມື່ອທ້າຍເດືອນມິຖຸນາ ກ່ຽວກັບການເປີດກວ້າງລະບົບຕິດຕໍ່ສາຍດ່ວນ.        

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີສອງຂອງ ບຣູໄນ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຍີ່ປຸ່ນ ເຂົ້າຮ່ວມ ພື້ນຖານໂຄງລ່າງຕິດຕໍ່ພົວພັນໂດຍກົງຂອງ ອາຊຽນ (ADI). ຕາມແຜນການ, ໂຕກຽວຈະເຂົ້າຮ່ວມ ADI ຢ່າງເປັນຢ່າງການໃນປີ 2022 ຫຼື ຊ້າກວ່າແມ່ນພາຍຫຼັງທີ່ ADI ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງຂຶ້ນ. ປັດຈຸບັນ, ອົດສະຕາລີ ໄດ້ເຂົ້າຮ່ວມ ADI ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ