ຍີ່​ປຸ່ນ ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ RCEP

(VOVWORLD) -ລັດຖະບານ ຍີ່ປຸ່ນ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). 
ຍີ່​ປຸ່ນ ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ RCEP - ảnh 1ທ່ານນາຍົກລັດຖະມົນຕີ ຍີປຸ່ນ Yoshihide Suga  ແລະ ທ່ານລັດຖະມົນຕີກະຊວງການຄ້າຍີ່ປຸ່ນ Hiroshi Kajiyama  ລົງນາມໃນສັນຍາ RCEP ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ການນຳບັນດາປະເທດສະມາຊິກ (ພາບ: AP)

ວັນທີ 28 ກຸມພາ, ລັດຖະບານ ຍີ່ປຸ່ນ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) - ເຊິ່ງເປັນຂໍ້ຕົກລົງການຄ້າມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ ທີ່ໄດ້ລົງນາມໃນເດືອນພະຈິກ 2020 ລະຫວ່າງ 15 ປະເທດ ອາຊີ - ປາຊີຟິກ, ລວມທັງໝົດ 10 ປະເທດສະມາຊິກ ອາຊຽນ ແລະ 5 ປະເທດ ຄື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ.

        ສັນຍາ RCEP ລວມມີບັນດາຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫຼາດໃນຂົງເຂດສິນຄ້າ, ການບໍລິການ ແລະ ການລົງທຶນ, ສ້າງຄວາມກົມກ່ຽວດ້ານຫຼັກການກ່ຽວກັບຕົ້ນກຳເນີດຂອງຜະລິດຕະພັນ ແລະ ເຮັດໃຫ້ລະບຽບການພາສີອາກອນທີ່ກະທັດຮັດ ແລະ ວ່ອງໄວກວ່າ, ສ້າງເງື່ອນໄຂໃຫ້ຂະແໜງການຄ້າ. ສັນຍາສະບັບດັ່ງກ່າວ ຈະມີຜົນສັກສິດຢ່າງເປັນທາງການພາຍໃນ 60ວັນ ນັບແຕ່ເມື່ອມີໜ້ອຍສຸດ 6 ປະເທດ ສະມາຊິກ ອາຊຽນ ແລະ 3 ປະເທດບໍ່ຂຶ້ນກັບ ອາຊຽນ ຮັບຮອງເອົາ.


ຕອບກັບ

ຂ່າວ/ບົດ​ອື່ນ