ຍີ່ປຸ່ນ ແລະ 5 ປະເທດອາຊີກາງອອກຖະແຫຼງການກ່າວປະນາມ ສປປ.ເກົາຫຼີ

(VOVWORLD) -ວັນທີ 01/05 ຍີ່ປຸ່ນ ແລະ 5 ປະເທດອາຊີກາງ (ລວມມີ ກາຊັກສະຖານ, ກຽກກີສະຖານ, ຕັດຈີກິດສະຖານ, ຕວກເມນິດສະຖານ

ຍີ່ປຸ່ນ ແລະ 5 ປະເທດອາຊີກາງອອກຖະແຫຼງການກ່າວປະນາມ ສປປ.ເກົາຫຼີ - ảnh 1 ຍີ່ປຸ່ນ ແລະ 5 ປະເທດອາຊີກາງອອກຖະແຫຼງການກ່າວປະນາມ ສປປ.ເກົາຫຼີ

(ພາບ: Kyodo/ TTXVN)

ແລະ ອຸດສະເບກິດສະຖານ) ອອກຖະແຫຼງການຮ່ວມ ກ່າວປະນາມບັນດາເຫດທົດລອງນິວເຄຼຍ ແລະ ຍິງລູກສອນໄຟນຳວິຖີຢ່າງລຽນຕິດຂອງ ສປປ.ເກົາຫຼີ ໃນໄລຍະມໍ່ໆມານີ້ ແມ່ນບໍ່ອາດຮັບຮູ້ໄດ້. ຖະແຫຼງການດັ່ງກ່າວ ໄດ້ຍົກອອກພາຍຫລັງກອງປະຊຸມລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ບັນດາປະເທດອາຊີກາງຄັ້ງທີ 6 ຢູ່ນະຄອນຫລວງ Ashgabat ຂອງ ຕວກເມນິດສະຖານ ໃນຖະແຫຼງການ ບັນດາລັດຖະມົນຕີໄດ້ຖືຄວາມມັກໃຫຍ່ໃຝ່ສູງດ້ານນິວເຄຼຍຂອງ ສປປ.ເກົາຫຼີ ແມ່ນໄພນາບຂູ່ຢ່າງຮ້າຍແຮງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ພາກພື້ນ, ພ້ອມທັງເລັ່ງລັດ ພຽງຢາງ ເຄົາລົບບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບເລື່ອງ ຫ້າມປະເທດນີ້ທົດລອງບັນດາເຄື່ອງອຸປະກອບນິວເຄຼຍ ແລະ ນຳໃຊ້ເຕັກໂນໂລຢີລູກສອນໄຟນຳວິຖີ.

ຕອບກັບ

ຂ່າວ/ບົດ​ອື່ນ