ຍີ່ປຸ່ນ ແລະ ຈີນ ສືບຕໍ່ຊຸກຍູ້ການຢ້ຽມຢາມຂອງທ່ານປະທານປະເທດ ສີຈິ້ນຜິງ

(VOVWORLD) - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ໃນການປະຕິບັດການຢ້ຽມຢາມທາງລັດຖະກິດເຖິງ ຍີ່ປຸ່ນ ຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນໄລຍະຈະມາເຖິງ. 

ລັດຖະມົນຕີການຕ່າງປະເທດ 2 ທ່ານ ຫາກໍ່ມີການໂອ້ລົມຜ່ານທາງໂທລະສັບກ່ຽວກັບສະພາບໂລກລະບາດ ແລະ ບັນດາເນື້ອໃນກຽມພ້ອມໃຫ້ແກ່ການຢ້ຽມຢາມດັ່ງກ່າວ.

        ໃນການໂອ້ລົມທາງໂທລະສັບ, ທ່ານ Motegi ໄດ້ຕີລາຄາສູງການໜູນຊ່ວຍຂອງ ບັກກິງ ກ່ຽວກັບບັນດາຖ້ຽວບິນຍົກຍ້າຍພົນລະເມືອງ ຍີ່ປຸ່ນ ອອກຈາກ ອູຫັ້ນ ກັບເມືອປະເທດ.

        ສ່ວນທ່ານ ຫວາງອີ ໄດ້ແຈ້ງໃຫ້ຊາບບັນດາຄວາມມານະພະຍາຍາມຢ່າງຕໍ່ເນື່ອງຂອງ ບັກກິງ ໃນການຄວບຄຸມໄວຣັດທີ່ແຜ່ລະບາດ ແລະ ສະແດງຄວາມຂອບອົບຂອບໃຈສຳລັບບັນດາການໜູນຊ່ວຍຂອງ ຍີ່ປຸ່ນ ກໍ່ຄືການສະໜອງອຸປະກອນວັດຖຸການແພດໃຫ້ແກ່ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ