ຍີ່ປຸ່ນ ແລະ ບັນດາປະເທດ ເຂດອະນຸພາກພື້ນແມ່ນ້ຳຂອງຮ່ວມມືປັບປຸງ ສິ່ງແວດລ້ອມເຂດຕົວເມືອງ

ຍີ່ປຸ່ນ ແລະ ບັນດາປະເທດ ເຂດອະນຸພາກພື້ນແມ່ນ້ຳຂອງຮ່ວມມືປັບປຸງ ສິ່ງແວດລ້ອມເຂດຕົວເມືອງ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 25/12, ຍີ່​ປຸ່ນ ​ແລະ 5 ປະ​ເທດ​ເຂດ​ອະນຸ​ພາກ​ພື້ນ​​ແມ່ນ້ຳຂອງ ​ໄດ້​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ປັບປຸງ​ສິ່ງ​ແວດ​ລ້ອ​ມ​ເຂດ​ຕົວ​ເມືອງ​ຢູ່​ເຂດ​ແມ່ນ້ຳ​ຂອງ ​ໃນ​ຂະນະ​ທີ່​ສືບ​ຕໍ່​ປະຕິບັດ​ຕາມ​ຈຸດໝາຍ​​ເຕີບ​ໂຕ​ດ້ານ​ເສດຖະກິດ. ຕາມ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ ​ແລ້ວ, ທີ່​ເວທີ​ປາ​ໄສ​ແມ່​ນ້ຳຂອງ​ຂຽວຄັ້ງທີ່ 3 ​ເຊິ່ງຈັດ​ຂຶ້ນ​ຢູ່​ບາງກອກ ປະ​ເທດ​ໄທ, ບັນດາ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ເພີ່ມ​ທະວີກຳລັງ​ສະກັດ​ກັ້ນ ​ແລະ ຄວບ​ຄຸມ​ໄພພິບັດ​ຢູ່ກຳ​ປູ​ເຈຍ, ລາວ, ​ມຽນມາ, ໄທ ​ແລະ ຫວຽດນາມ. 2 ຝ່າຍ​ຢືນຢັນ​ການ​ຮ່ວມ​ມື​ລະຫວ່າງ​​ພາກ​ລັດ ​ແລະ ​ພາກເອກະ​ຊົນ, ນັບ​ທັງ​ການ​ເຂົ້າ​ຮ່ວມ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ມີ​ບົດບາດ​​ຫຼັກ​ແຫຼ່ງ​ໃນ​ການ​ແກ້​ໄຂ້ບັນ​ຫາ​ສິ່ງ​ແວ​ດລ້ອມ​ຢູ່​ພາກ​ພື້ນ​ແມ່​ນ້ຳ​ຂອງ. ໝາກຜົນ​ກອງ​ປະຊຸມ​ດັ່ງກ່າວ ຈະ​ໄດ້​ສ່ອງ​​ແສງ​ທີ່​ກອງປະຊຸມ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ໄພພິບັດ, ​ເຊິ່ງຄາດ​ວ່າ ຈະ​ຈັດ​ຂຶ້ນ​ໃນ​ເດືອນ 03/2015 ຢູ່ Sendai, ທາງທິດ​ຕາ​ເວັນ​ອອກສຽງ​ເໜືອ​ຍີ່ປຸ່ນ ​ແລະ ກອງ​ຊຸມ​ຂັ້ນ​ສູງ​ຍີ່ປຸ່ນ - ​ແມ່​ຂອງ ​ໃນ​ເດືອນ 07/2015 ຢູ່​ໂຕ​ກຽວ.

ຂ່າວ/ບົດ​ອື່ນ