ຍີ່ປຸ່ນ ແລະ ລັດເຊຍ ເຫັນດີຈະຮ່ວມມືດ້ານ ການປ້ອງກັນຄວາມ ສະຫງົບ

 ຍີ່ປຸ່ນ ແລະ ລັດເຊຍ ເຫັນດີຈະຮ່ວມມືດ້ານ ການປ້ອງກັນຄວາມ ສະຫງົບ - ảnh 1

 (ພາບ: AP )

(vovworld)-​​​​ ​ ​ ​ໃນ​ການ​ປະຊຸມ​ບັນດາ​ທ່ານ​ລັດຖະມົນຕການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ-​ລັດ​ເຊຍ ​ເມື່ອວັນທີ 2/11, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​​ເອກະສັນ​ຈະ​ຮ່ວມ​ມືຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ຈົນສະຫລັດ ກໍ່​ຄື​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ບັນດາອບ​ເຂດທາ​ບທາມ​ຄຳ​ເຫັນ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພກາ​ພື້ນ​ອາຊີ-​ປາຊີ​ຟິກ. ທ່ານ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Fumio Kishida   ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ Itsunori Onodera ພ້ອມ​ກັບ​ຄູ່​ຕຳ​ແໜ່​ງລັດ​ເຊຍ ທ່ານ Sergay Lavrrov ​ແລະ Sergei Shoigu ບັນລຸ​ໄດ້​ບັນດາ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ການ​ປະຊຸມ​ການ​ຕ່າງປະ​ເທດ-​ປ້ອງ​ກັນຊາ​ດ (2+2) ຄັ້ງທຳ​ອິດ​ລະຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ບັນຫາປ້ອງ​ກັນ​ຄວາມ​ສະຫງົບ​ ຈັດ​ຂຶ້ນ​ຢູ່​ໂຕ​ກຽວ.

  ກ່າວ​ຄຳ​ເຫັນ​ທີ່​ວົງ​ການ​ນັກ​ຂ່າວ​ຫຼັງ​ການ​ປະຊຸມ, ທ່ານ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Fumio Kishida ​ໃຫ້​ຮູ້​ວ່າ: ຍີ່ປຸ່ນ ​ແລະ ລັດ​ເຊຍ ຫັນ​ດີ​ເປັນ​​ເອກະສັນ​ ຈະ​ຍູ່​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ພົບ​ປະ​ແລກປ່ຽນ…​ກ່ວາ​ອີກ, ພ້ອມ​ທັງ​ເນັ້ນໜັກ​ວ່າ, ການ​ຮ່ວມ​ມື​ດັ່ງກ່າວ​ໄດ້​ເຂົ້າສູ່​ລວງ​ເລິກຈະ​ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສ່ວນ​ ທ່ານ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergay Lavrrov ​ໃຫ້​ຮູ້​ວ່າ: ບັນດາ ທ່ານ​ລັດ​ຖະມົນຕີ​ການ​ກໍ່​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ບັນດາ​ແຫຼມ​ເກົາຫຼີ, ການ​ພິພາດ​ຜືນ​ແຜ່ນດິນ, ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ ​ແລະ ຂ້າມ​ຊາຍ​ແດນ….

 

ຂ່າວ/ບົດ​ອື່ນ