ຍີ່ປຸ່ນ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາເຄົາລົບມະຕິລົງໂທດຂອງສະຫະປະຊາຊາດ

(VOVWORLD) - ວັນທີ 01 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ ທ່ານ Sergey Lavrov ກ່ຽວກັບບັນຫາ ສປປ.ເກົາຫຼີ.
ຍີ່ປຸ່ນ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາເຄົາລົບມະຕິລົງໂທດຂອງສະຫະປະຊາຊາດ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono (ພາບ:  Reuters)

2 ຝ່າຍເຫັນດີເປັນເອກະສັນ ພ້ອມກັນປະຕິບັດມະຕິລົງໂທດ ສປປ.ເກົາຫຼີ ສະບັບໃໝ່ສຸດຂອງສະຫະປະຊາຊາດຢ່າງຄົບຖ້ວນ. ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ແຈ້ງໃຫ້ຝ່າຍ ລັດເຊຍ ຊາບວ່າ ໂຕກຽວ ຈະຮ່ວມມືກັບ ມົດສະກູ ຢ່າງແໜ້ນແຟ້ນ ໃນບັນຫາ ສປປ.ເກົາຫຼີ, ນັບທັງຢູ່ ສະຫະປະຊາຊາດ. ກ່ອນໜ້ານັ້ນ, ລັດຖະບານ ຍີ່ປຸ່ນ ຖືວ່າ: ລັດເຊຍ ພ້ອມກັບ ຈີນ ມີບົດບາດສຳຄັນໃນເລື່ອງສະກັດກັ້ນ ສປປ.ເກົາຫຼີ ສືບຕໍ່ທົດລອງນິວເຄຼຍ ແລະ ຍິງລູກສອນໄຟ.

        ແລະກໍ່ກ່ຽວຂ້ອງເຖິງບັນຫານີ້, ວັນທີ 31 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ກໍ່ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ ທ່ານ Rex Tilleeson, ໃນນັ້ນ ໄດ້ກະຕຸກຊຸກຍູ້ ວໍຊິງຕັນ ບໍ່ມີການກະທຳບໍ່ວ່າດ້ານການທະຫານໃດໆ ໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ