ຍີ່ປຸ່ນ ແລະ ສ.ເກົາຫຼີ ຄັດຄ້ານ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ

ຍີ່ປຸ່ນ ແລະ ສ.ເກົາຫຼີ ຄັດຄ້ານ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: Kyodo/TTXVN)

(vovworld) - ທ່ານ​ນາຍົກ​ລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໃຫ້​ຮູ້​ວ່າ ຍີ່ປຸ່ນ ​ໄດ້ມອບ​ຈົດໝາຍ​ທາງ​ການຄັດຄ​້ານ ສປປ.​ເກົາ​ຫຼີ ຢ່າງ​ແຮງ ພາຍຫລັງທີ່ປະ​ເທດ​ນີ້ ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ 4 ລູກ​ໃນ​ຕອນ​ເຊົ້າ​ວັນ​ທີ 06/03, ​ໃນ​ນັ້ນ 3 ລູກ​ຕົກຢູ່​​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ (EEZ) ຂອງ ຍີ່ປຸ່ນ. ກ່ອນ​ໜ້​ານັ້ນ, ກອງ​ທັບ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ສປປ.​ເກົາ​ຫຼີ ​ໄດ້ຍິງ​ລູກ​ສອນ​ໄຟ​ຈາກ​ເຂດ Tongchang-ri, ​​ເຊິ່ງ​ແມ່ນ​ບ່ອນ​ທີ່ ສປປ.​ເກົາຫຼີ ຕັ້ງ​​ຖານທີ່​ໝັ້ນ​ຍິງ​ລູກ​ສອນ​ໄຟ. ວົງ​ການ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ ຖື​ວ່າ: ລູກ​ສອນ​ໄຟ​ທີ່​ໄດ້ຍິງ​ນັ້ນ ອາດ​ຈະ​ແມ່ນ​ລູກ​ສອນ​ໄຟ​ນຳ​ວິຖີຂ້າມ​ທະວີບ (ICBM) ສາມາດ​ບິນ​ເຖິງ ອາ​ເມ​ລິ​ກາ. ກອງທັບ ສ.​ເກົາຫຼີ ​ໃຫ້​ຂໍ້​ສັງ​ເຫດວ່າ ນີ້ອາດ​ຈະ​ແມ່ນ​ການ​ກະທຳ​ໂຕ້​ຕອບການ​ຊ້ອມ​ຮົບ​ຮ່ວມລະຫວ່າງ ສ.​ເກົາຫຼີ ​ແລະ ອາ​ເມລິ​ກາ ​ໃນ​ຕົ້ນ​ອາທິດ​ກ່ອນ. ວັນ​ທີ 06/03 ທ່ານ Hwang Kyo-ahn ຜູ້​ຮັກສາການ​ປະທາ​ນາ​ທິບໍດີ ທັງ​ເປັນ​ນາຍົກລັດຖະມົນຕີ ສ.​ເກົາຫຼີ  ກ່າວ​ປະນາມ​ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ ສປປ.​ເກົາຫຼີ, ພ້ອມ​ທັງ ຮຽກຮ້ອງ​ສຳ​ເລັດການ​ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ລະດັບສູງ​ໄລຍະສຸດ​ທ້າຍ (THAAD)  ຂອງ ອາ​ເມ​ລິ​ກາ ຢູ່ ສ.​ເກົາ​ຫຼີ ​ໂດຍ​ໄວ.



ຕອບກັບ

ຂ່າວ/ບົດ​ອື່ນ