ຍີ່​ປຸ່ນ ແລະ ອັງ​ກິດ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ວາ​ຕຸງ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງສອງປະເທດ ຍີ່ປຸ່ນ ແລະ ອັງກິດ ໄດ້ອອກຖະແຫຼງການຮ່ວມ ໂດຍສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ທະເລ ຮວາຕຸງ ແລະ ທະເລຕາເວັນອອກ. 
ຍີ່​ປຸ່ນ ແລະ ອັງ​ກິດ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ວາ​ຕຸງ - ảnh 1ກອງປະຊຸມອອນລາຍ ລະຫວ່າງລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງສອງປະເທດ ຍີ່ປຸ່ນ ແລະ ອັງກິດ(ພາບ:Reuters)

ສິ້ນສຸດກອງປະຊຸມອອນລາຍໃນວັນທີ 3 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງສອງປະເທດ ຍີ່ປຸ່ນ ແລະ ອັງກິດ ໄດ້ອອກຖະແຫຼງການຮ່ວມ ໂດຍສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ທະເລ ຮວາຕຸງ ແລະ ທະເລຕາເວັນອອກ, ໃນນັ້ນ, ຄັດຄ້ານທຸກຄວາມມານະພະຍາຍາມຕາມລຳພັງພຽງຝ່າຍດຽວ ທີ່ແນໃສ່ປ່ຽນແປງສະພາບການປັດຈຸບັນຢູ່ເຂດທະເລດັ່ງກ່າວ.

        ຖະແຫຼງການຮ່ວມສະບັບດັ່ງກ່າວ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັກສາສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ພ້ອມທັງຮຽກຮ້ອງໃຫ້ທຸກໆຝ່າຍ ຈົ່ງອົດກັ້ນ ແລະ ຄວບຄຸມບັນດາການເຄື່ອນໄຫວທີ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

        ໃນກອງປະຊຸມກັບຄູ່ຮ່ວມຕຳແໜ່ງ ຍີ່ປຸ່ນ Nobuo Kishi, ທ່ານລັດຖະມົນຕີກະຊວງປ້ອງກັນຊາດ ອັງກິດ Ben Wallace ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືໃນດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບກັບ ໂຕກຽວ ແລະ ຜັນຂະຫຍາຍກ່ຳປັ່ນເດີ່ນບິນ HMS Queen Elizabeth ໄປຍັງເຂດມະຫາສະໝຸດອິນເດຍ - ປາຊີຟິກ ໃນປີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ