ຍີ່ປຸ່ນ ແລະ ອາເມລິກາ ເພີ່ມທະວີການອຸປະຖຳອາວຸດໃຫ້ ຢູແກຼນ. ປັກກິງ ກ່າວປະນາມ ວໍຊິງຕັນ ຂົນສົ່ງອາວຸດໄປຍັງສະໜາມຮົບ ຢູແກຼນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນໜູນຊ່ວຍເພີ່ມຕື່ມ 5,5 ຕື້ USD ຂອງ ຍີ່ປຸ່ນ ທີ່ສະຫງວນໃຫ້ ຢູແກຼນ ກໍ່ສ້າງພື້ນຖານໂຄງລ່າງຄືນໃໝ່.

        ວັນທີ 20 ກຸມພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແຈ້ງໃຫ້ຊາບວ່າ ຈະເປັນເຈົ້າພາບກອງປະຊຸມທາງໄກລະຫວ່າງການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແລະ ທ່ານປະທານາທິບໍດີ ຢູແກຼນ ໃນວັນທີ 24 ເມສາ. ກ່າວຄຳເຫັນທີ່ກອງປະຊຸມຂອງພັກປະຊາທິປະໄຕເສລີກຳອຳນາດ, ຢູ່ ໂຕກຽວ, ທ່ານ Fumio Kishida ໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນໜູນຊ່ວຍເພີ່ມຕື່ມ 5,5 ຕື້ USD ຂອງ ຍີ່ປຸ່ນ ທີ່ສະຫງວນໃຫ້ ຢູແກຼນ ກໍ່ສ້າງພື້ນຖານໂຄງລ່າງຄືນໃໝ່.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຢູ່ ປັກກິງ, ໂຄສົກກະຊວງການຕ່າງປະເທດ ຈີນ ອາງເວີນບິນ ໄດ້ກ່າວຫາ ອາເມລິກາ ໄດ້ຂົນສົ່ງອາວຸດໄປຍັງສະໜາມຮົບ ຢູແກຼນ ຢ່າງລຽນຕິດ. ຄຳຖະແຫຼງຂອງທ່ານ ອາງເວີນບິນ ໄດ້ຍົກອອກມາ ເມື່ອຕອບຄຳຖາມກ່ຽວກັບຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃນວັນທີ 19 ກຸມພາ ໂດຍຖືວ່າ, ຈີນ ອາດຈະພວມພິຈາລະນາສະໜອງອາວຸດ, ລູກປືນ, ອາວຸດທີ່ບໍ່ເປັນອັນຕະລາຍ, ຊ້ຳບໍ່ໜຳແມ່ນພວມຊັ່ງຊາການສະໜອງອາວຸດໃຫ້ແກ່ ລັດເຊຍ ໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ