ຍີ່ປຸ່ນ ໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ - ຄື້ນຍັກສຶນາມິ ປີ 2011

(VOVWORLD) - ໃນເວລາ 14 ໂມງ 46 ນາທີ - ຈຸດເວລາເກີດເຫດແຜ່ນດິນໄຫວມີຄວາມແຮງ 9 ຣິດເຕີ ເກີດຂຶ້ນຢູ່ Tohoku ກ່ອນນີ້ 12 ປີ, ປະຊາຊົນ ໃນທົ່ວປະເທດ ຍີ່ປຸ່ນ ໄດ້ສະຫງວນ 1 ນາທີເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກໄພພິບັດນີ້.
ຍີ່ປຸ່ນ ໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ - ຄື້ນຍັກສຶນາມິ ປີ 2011 - ảnh 1ປະຊາຊົນໄດ້ໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍ
(ພາບ:Abcnews/TTXVN)

ໃນວັນທີ 11 ມີນາ, ປະຊາຊົນໃນທຸກແຖບຖິ່ນຂອງປະເທດ ຍີ່ປຸ່ນ ໄດ້ຈັດພິທີໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວ - ຄື້ນຍັກສຶນາມິໃນເດືອນ ມີນາ 2011. ນັບແຕ່ປີ 2022, ລັດຖະບານ ຍີ່ປຸ່ນ ບໍ່ໄດ້ຈັດພິທີໄຫວ້ອາໄລລະດັບຊາດອີກແລ້ວ, ແຕ່ອຳນາດການປົກຄອງທ້ອງຖິ່ນໃນບັນດາບ່ອນເກີດເຫດຍັງຄົງໄດ້ຈັດພິທີໄຫວ້ອາໄລຢູ່.

ໃນເວລາ 14 ໂມງ 46 ນາທີ - ຈຸດເວລາເກີດເຫດແຜ່ນດິນໄຫວມີຄວາມແຮງ 9 ຣິດເຕີ ເກີດຂຶ້ນຢູ່ Tohoku ກ່ອນນີ້ 12 ປີ, ປະຊາຊົນ ໃນທົ່ວປະເທດ ຍີ່ປຸ່ນ ໄດ້ສະຫງວນ 1 ນາທີເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກໄພພິບັດນີ້. ເຂົ້າຮ່ວມພິທີໄຫວ້ອາໄລ ໂດຍອຳນາດການປົກຄອງແຂວງ Fukushima ຈັດຂຶ້ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຢັ້ງຢືນວ່າ ລັດຖະບານ ຈະ “ສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດ” ເພື່ອຮັບປະກັນການສ້າງແຂວງ Fukushima  ຄືນໃໝ່ເວົ້າສະເພາະ ແລະ ເຂດ Tohoku ເວົ້າລວມ.

ບັນດາຕົວເລກຫຼ້າສຸດຂອງອົງການຕຳຫຼວດແຫ່ງຊາດ (NPA) ໃຫ້ຮູ້ວ່າ: ໄພພິບັດແຜ່ນດິນໄຫວ - ຄື້ນຍັກສຶນາມິ ປີ 2011 ໄດ້ເຮັດໃຫ້ປະມານ 15.900 ຄົນເສຍຊີວິດ ແລະ ກ່ວາ 2.520 ຄົນຫາຍສາບສູນ.

12 ປີພາຍຫຼັງເກີດໄພພິບັດ, ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອສ້າງບັນດາເຂດຖືກໄພພິບັດທຳລາຍ. ເຖິງຢ່າງໃດກໍ່ຕາມ, ເດືອນ ພະຈິກ 2022, ຍັງມີປະຊາຊົນປະມານ 31.000 ຄົນຢູ່ບັນດາເຂດດັ່ງກ່າວບໍ່ທັນໄດ້ກັບບ້ານ./.

ຕອບກັບ

ຂ່າວ/ບົດ​ອື່ນ