ຍີ່​ປຸ່ນ​ ໜູນ​ຊ່ວ​ຍ​ ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ຫວຽດ​ນາມ

(VOVWORLD) -ວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ (VASS) ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ປະຈຳ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືເພື່ອແນໃສ່ຊຸກຍູ້ການສົມທົບຍຸດທະສາດ ແລະ ຮອບດ້ານເພື່ອການພັດທະນາຂອງ ຫວຽດນາມ.
 ຍີ່​ປຸ່ນ​ ໜູນ​ຊ່ວ​ຍ​ ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ຫວຽດ​ນາມ - ảnh 1

ຜູ້ຕາງໜ້າ 2 ຝ່າຍລົງນາມໃນບົດບັນທຶກການຮ່ວມມື(ພາບ:TTXVN )

ຕາມບົດບັນທຶກການຮ່ວມມືແລ້ວ, JICA ປະຈຳ ຫວຽດນາມ ແລະ VASS ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າຈະຮ່ວມມືກັນຢ່າງຍາວນານເພື່ອແນໃສ່ຊຸກຍູ້ການພັດທະນາແບບຍືນຍົງຂອງ ຫວຽດນາມ ກ່ວາອີກ. ສອງຝ່າຍຈະສົມທົບກັນເພື່ອປະກອບສ່ວນໃຫ້ແກ່ການສ້າງຍຸດທະສາດພັດທະນາເສດຖະກິດສັງຄົມ ຫວຽດນາມ ໄລຍະປີ 2021 -2030, ແຜນການພັດທະນາເສດຖະກິດສັງຄົມ ຂອງແຂວງ ເບ໊ນແຈ ແລະ ແຂວງ ຮ່າຢາງ, ຄົ້ນຄ້ວາກ່ຽວກັບບັນດາປະເທດທີ່ຫາກໍ່ພົ້ນເດັ່ນຂັ້ນຢູ່ ເອີລົບ. ນອກຈາກນັ້ນ, JICA ປະຈຳ ຫວຽດນາມ ແລະ VASS ຈະສະໜອງບັນດາການໜູນ ຊ່ວຍທີ່ຈຳເປັນເພື່ອຊຸກຍູ້ການສົມທັບກັນໃນບັນດາການເຄື່ອນໄຫວຄົ້ນຄ້ວາໃນໄລຍະຈະມາເຖິງລະຫວ່າງສອງຝ່າຍ.

        ຕາມທ່ານ Murooka ຮອງຫົວໜ້າຜູ້ຕາງໜ້າ JICA ປະຈຳ ຫວຽດນາມ ແລ້ວ, ຫວຽດນາມ ແມ່ນສະຖານທີ່ລົງທຶນດີ, ໃນນັ້ນ ຮ່າຢາງ ແມ່ນແຂວງທີ່ມີທ່າແຮງຫຼາຍຢ່າງ, ເຖິງຢ່າງໃດກໍ່ຕາມຄວາມສາມາດບົ່ມຊ້ອມດັ່ງກ່າວຍັງບໍ່ທັນໄດ້ຮັບການຂຸດຄົ້ນເທື່ອ. ທ່ານ Murooka ຢັ້ງຢືນວ່າ JICA ຈະໜູນຊ່ວຍການຄົ້ນຄ້ວາພັດທະນາ ແລະ ໂຄສະນາໝາກຜົນຂອງບັນດາຫົວ ຂໍ້, ໂຄງການ, ແນວຄວາມຄິດວິທະຍາສາດ ຂອງ ບັນດານັກວິທະຍາສາດ ຂອງ ສະພາມະຫາບັນດິດເຖິງບັນດາເປົ້າໝາຍພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ