ຍີ່ປຸ່ນ ໜູນຊ່ວຍບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຮັບປະກັນຄວາມໝັ້ນຄົງຢູ່ທະເລຕາເວັນອອກ

(VOVWORLD) - ເວລາປະຕິບັດແຜນການໜູນຊ່ວຍດັ່ງກ່າວແມ່ນ 10 ປີ ແນໃສ່ເພີ່ມທະວີຄວາມໝັ້ນຄົງຢູ່ເຂດທະເລຕາເວັນອອກ.
ຍີ່ປຸ່ນ ໜູນຊ່ວຍບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຮັບປະກັນຄວາມໝັ້ນຄົງຢູ່ທະເລຕາເວັນອອກ - ảnh 1ກຳປັ່ນຕຳຫຼວດທະເລ ຫວຽດນາມ
(ພາບປະກອບ: ຕຳຫຼວດທະເລ ຫວຽດນາມ)

ລັດຖະບານ ຍີ່ປຸ່ນ ຕົກລົງ ຜ່ານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຈະໜູນຊ່ວຍໃນໄລຍະຍາວສຳລັບກຳລັງຄວາມໝັ້ນຄົງຢູ່ທະເລຂອງ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ແມ່ນ: ຟີລິບປິນ, ອິນໂດເນຍເຊຍ, ມາເລເຊຍ ແລະ ຫວຽດນາມ. ເວລາປະຕິບັດແຜນການໜູນຊ່ວຍດັ່ງກ່າວແມ່ນ 10 ປີ ແນໃສ່ເພີ່ມທະວີຄວາມໝັ້ນຄົງຢູ່ເຂດທະເລຕາເວັນອອກ. ຕາມນັ້ນແລ້ວ, ການເຄື່ອນໄຫວກວດກາໃນຕົວຈິງແມ່ນເລີ່ມປະຕິບັດແຕ່ເດືອນ ມັງກອນ ຢູ່ ຟີລິບປິນ ແລະ ອິນໂດຍເນເຊຍ, ຢູ່ ຫວຽດນາມ ແລະ ມາເລເຊຍ ແມ່ນເລີ່ມປະຕິບັດນັບແຕ່ເດືອນ ເມສາ. ການເຄື່ອນໄຫວໜູນຊ່ວຍທາງການຈະເລີ່ມປະຕິບັດແຕ່ເດືອນ ມີນາ 2025, ດ້ວຍເລື່ອງສະໜອງ ຣາດາ, ເຮືອບິນບໍ່ມີຄົນຂັບ, ກຳປັ່ນລາດຕະເວນ ແລະ ບຳລຸງສ້າງແຫຼ່ງຊັບພະນາກອນມະນຸດໃນຂົງເຂດຄວາມໝັ້ນຄົງທາງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ