ຍີ່ປຸ່ນກ່າວຫາເຮືອບິນຂອງຈີນລະເມີດເຂດນ່ານຟ້າ

ຍີ່ປຸ່ນກ່າວຫາເຮືອບິນຂອງຈີນລະເມີດເຂດນ່ານຟ້າ - ảnh 1

ຍີ່ປຸ່ນ​ກ່າວ​ຫາ​ເຮືອບິນ​ຂອງຈີນລະ​ເມີດ​ເຂດ​ນ່ານຟ້າມໍ່ກັບ​ໝູ່​ເກາະ​ Senkaku
(ພາບ: ອິນເຕີແນດ)

(vovworld) - ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ, ທ່ານ Osamu Fujimura, ​ໃຫ້​ຮູ້​ວ່າ, ວັນ​ທີ 13/12, ເຮືອບິນ​ຂອງຈີນ​ໄດ້​ບິນ​ເຂົ້າ​ເຂດ​ນ່ານຟ້າ​ໃນ​ໝູ່​ເກາະ​ທີ່​ພວມ​ມີ​ການ​ພິພາດ​ກັນ ​ເຊິ່ງ​ໂຕ​ກຽວ​ເອີ້ນ​ວ່າ Senkaku ​ແລະ ປັກ​ກິ​ງ​ເອີ້ນ​ວ່າ ຕ້ຽວອີ ຢູ່​ທະ​ເລ​ຈີນ. ກ່າວ​ຄວາມ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Osamu Fujimura ​ຢັ້ງຢືນວ່າ, ພາຍຫຼັງ​ຄົ້ນ​ພົບ​ເຮືອບິນ​ຂອງ​ຈີນ, ກຳລັງ​ປ້ອງ​ກັນ​ເຂດ​ນ່ານຟ້າ​ຂອງ​ຍີ່​ປຸ່ນ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ເຮືອບິນ​ສູ້​ຮົບ F – 15. ​ໃນ​ວັນ​ດຽວ​ກັນ, ກຳລັງ​ປ້ອງ​ກັນ​ທະ​ເລ​ຍີ່ປຸ່ນ ​ກໍ່ໃຫ້​ຮູ້​ວ່າ, ກຳ​ປັ່ນ​ຕິດຕາມ​ກວດກາ 4 ລຳ ຂອງ​ຈີນ​ໄດ້​ລະ​ເມີດ​ເຂດ​ນ່ານທະ​ເລ​ຂອງ​ຍີ່ປຸ່ນ, ຢູ່​ໝໍ່ກັບ​ໝູ່​ເກາະ​Senkaku ​ແລະ ຝ່າຍ​ຍີ່ປຸ່ນ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກຳ່​ປັ່ນ​ເຫຼົ່າ​ນັ້ນ​ຕ້ອງ​ອອກ​ຈາກ​ເຂດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ