ຍີ່ປຸ່ນຄັດຄ້ານເຫດຍິງລູກສອນໄຟຂອງສປປ.ເກົາຫຼີ

(VOVWORLD) -ວັນທີ 29 ສິງຫາ, ທ່ານຮອງຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Yoshihide Suga ໃຫ້ຮູ້ວ່າ, ປະເທດນີ້ໄດ້ກ່າວປະນາມດ້ວຍບັນດາຄຳເວົ້າເຂັ້ມແຂງທີ່ສຸດກ່ຽວກັບເຫດຍິງລູກສອນໄຟທີ່ສປປ.ເກົາຫຼີ ທີ່ຫາກໍ່ປະຕິບັດໃນຕອນເຊົ້າວັນດຽວກັນ.

ຍີ່ປຸ່ນຄັດຄ້ານເຫດຍິງລູກສອນໄຟຂອງສປປ.ເກົາຫຼີ - ảnh 1ຍີ່ປຸ່ນຄັດຄ້ານເຫດຍິງລູກສອນໄຟຂອງສປປ.ເກົາຫຼີ

(ພາບປະກອບ: KCNA)

ທ່ານ Yoshihide Suga ຕີລາຄາວ່າ ເຫດຍິງລູກສອນໄຟຄັ້ງນີ້ຂອງສປປ.ເກົາຫຼີ ໄດ້ສ້າງໄພນາບຂູ່ຢ່າງຮ້າຍແຮງເຖິງຄວາມສະຫງົບຂອງຍີ່ປຸ່ນ ແລະ ໃຫ້ຮູ້ວ່າ, ລັດຖະບານຍີ່ປຸ່ນ ຈະປະຕິບັດບັນດາມາດຕະການທີ່ຈຳເປັນ. ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ໜ້າບັນດານັກຂ່າວກ່ອນທີ່ຈະເຂົ້າຮ່ວມກອງປະຊຸມດ່ວນຢູ່ຫ້ອງວ່າການນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຖະແຫຼງວ່າ, ທ່ານຈະເຮັດທຸກສິ່ງທຸກຢ່າງຕາມຄວາມສາມາດທີ່ຈະເຮັດໃດ້ ເພື່ອປົກປ້ອງປະຊາຊົນ.

        ຕາມແຈ້ງການຂອງລັດຖະບານຍີ່ປຸ່ນ ແລ້ວ, ລູກສອນໄຟຂອງສປປ.ເກົາຫຼີ ໄດ້ບິນຜ່ານເຂດຜືນແຜ່ນດິນທາງພາກເໜືອຂອງປະເທດນີ້ ໃນເວລາ 6 ໂມງ 06 ນາທີ ຕາເວລາທ້ອງຖິ່ນ. ແຕ່ກອງທັບຍີ່ປຸ່ນ ພັດບໍ່ຍິງລູກສອນໄຟຂອງສປປ.ເກົາຫຼີ ໃຫ້ຕົກເທື່ອ. ຊ່ອງໂທລະພາບ NHK ໃຫ້ຮູ້ວ່າ, ລູກສອນໄຟຂອງສປປ.ເກົາຫຼີ ໄດ້ຕົກຢູ່ເຂດນອກຝັ່ງທະເລ ຫ່າງຈາກເກາະ Hokkaido ໄປທາງທິດຕາເວັນຕົກ 1.180 ກ.ມ.

        ແລະກໍໃນວັນດຽວກັນ, ກະຊວງປ້ອງກັນປະເທດອາເມລິກາ ຢັ້ງຢືນວ່າ, ສປປ.ເກົາຫຼີ ຫາກໍ່ຍິງລູກສອນໄຟລູກໜຶ່ງ, ແຕ່ເຖິງຢ່າງໃດກໍ່ຕາມ, ເຫດຍິງລູກສອນໄຟດັ່ງກ່າວບໍ່ນາບຂູ່ເຖິງເຂດທາງທິດເໜືອຂອງອາເມລິກາ ແລະ ກອງທັບອາເມລິກາ ພວມສືບຕໍ່ເກັບກຳຂໍ້ມູນຂ່າວຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ