ຍີ່ປຸ່ນຄົ້ນພົບກຳປັ່ນສອດແນມຂອງຈີນຢູ່ນອກຝັ່ງແຫລມBoso

ຍີ່ປຸ່ນຄົ້ນພົບກຳປັ່ນສອດແນມຂອງຈີນຢູ່ນອກຝັ່ງແຫລມBoso - ảnh 1
ກຳ​ປັ່ນ​ຂອງ​ຈີນ
ພາ​ບ:internet

(vovworld)-​ ວັນ​ທີ 26/12,ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ​ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ກຳ​ລັງ​ທະ​ຫານ​ປະ​ເທດນີ້ ໄດ້​ຄົ້ນ​ພົບ​ກຳ​ປັ່ນ​ສອດ​ແນມ​ຂອງ​ທະ​ຫານ​ເຮືອ​ຈີນ ຢູ່​ມໍ່​​ເຂດ​ຕິດ​ກັບ​ນອກ​ຝັ່ງ​ແຫລມ Boso ຂຶ້ນ​ກັບ​ແຂວງ  Chiba ພາກ​ຕາ​ເວັນ​ອອກ ຍ​ີ່​ປຸ່ນ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ກຳ​ປັ່ນ​ຈີນ ໄດ້​ໄປ​ເຖິງ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ, ຫລັງ​ຈາກນັ້ນ ກັບ​ຄືນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ໃນ​ວັນ​ທີ 23-26/12.

ກຳ​ປັ່ນ ຈີນ ບໍ່​ລ່ວງ​ລ່ຳ​ເຂດ​ທະ​ເລ​ຍີ່​ປຸ່ນ ແຕ່​ໄປ​ມາ​ຢູ່​ເຂດ​ມໍ່​ກັບ ໂຕ​ກຽວ. ຍີ່​ປຸ່ນ ໄດ້​ສົ່ງ​ຄວາມ​ວ​ິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ກໍ​ລະ​ນີ​ດັ່ງ​ກ່າວ​ເຖິງ​ຈີນ ຜ່ານ​ທາງ​ການ​ທູດ ພ້ອມ​ກັນ​ນັ້ນ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ພວມ​ສືບ​ສວນ​ເຫດ​ການ​ດັ່ງ​ກ່າວ.

 

ຂ່າວ/ບົດ​ອື່ນ