ຍີ່​ປຸ່ນຈັດ​ການ​ປະຊຸມ​ຂ່າວ​

ຍີ່​ປຸ່ນຈັດ​ການ​ປະຊຸມ​ຂ່າວ​ - ảnh 1
ທ່ານ​ນາຍົກລັດ​ຖະມົນຕີ Shinzo Abe ​
ພາບ:internet

(vovworld) - ຕອນ​ຄຳ່​ວັນ​ທີ 26/12, ຄະນະ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ ຍີ່​ປຸ່ນ ຄົນ​ໃຫມ່ Shinzo Abe ​ໄດ້​ອອກ​ສະ​ເຫ​ນີຕົວຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ໃນ​ຕອນ​ຄຳ່​ວັນ 26/12, ທ່ານ​ນາຍົກລັດ​ຖະມົນຕີ Shinzo Abe ​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ຫຍຸ້ງຍາກ​ຊຶ່ງ​ຄະນະ​ລັດຖະບານ​ໃຫມ່​ຕ້ອງ​ປະ​ເຊີນ​ຫນ້າ​ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ. ທ່ານ Shinzo Abe ຍົກ​ອອກ 3 ຫນ້າ​ທີ່​ຈຸດ​ສຸມ​ຂອງ​ຄະນະ​ລັດຖະບານ​ໃຫມ່ ຊຶ່ງ​ລວມມີ: ການຟື້ນ​ຕົວພື້ນຖານເສດຖະກິດ, ສ້າງສາ​ປະ​ເທດ​ຄືນ​ໃຫມ​່ພາຍຫລັງ​​ໄພພິບັດ​ແຜ່ນດິນ​ໄຫວ​ ​​ຄື້ນຟອງ​ຍັກ ​ແລະ ການ​ຄຸ້ມ​ຄອງ​ວິ​ກິດ​ການ. ​ໃນ​ນັ້ນ, ຫນ້າ​ທີ່​ຕົ້ນຕໍ​ຊຶ່ງ​ນາຍົກ Shinzo Abe ​ເນັ້ນ​ຫນັກ​ຢ່າງ​ແຮງ ນັ້ນ​ແມ່ນ​ຟື້ນ​ຕົວ​ພື້ນຖານ​ເສດຖະກິດ​ທີ່ພັດທະນາ​ຢ່າງ​ຊັກ​ຊ້າ​ໃນ​ຫລາຍ​ປີຜ່ານມາ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ເວົ້າ​ວ່າ:

        “ນຳ​ພື້ນຖານ​ເສດຖະກິດ​ກັບ​ຕ່າວ​ຄືນ​ໄລຍະ​ພັດທະນາ​ຢ່າງ​ແຂງ​ແຮງ ​ແມ່ນ​ຫນ້າ​ທີ່​ຮີບ​ດ່ວນ. ຂ້າພະ​ເຈົ້າ​ຈະ​ສ້າງ​ຕັ້ງ​ຄະນະ​ກຳມະ​ການ​ຟື້ນຕົວ​ພື້ນຖານເສດຖະກິດ. ນອກ​ນັ້ນຂ້າພະ​ເຈົ້າ​ກໍຈະ​ສ້າງ​ຕັ້ງ​ຄະນະ​ກຳມະການ​ທີ່​ປຶກສາ​ເສດຖະກິດ​ການ​ເງິນ​ຄືນ​ໃຫມ່. ລັດຖະບານ​ຈະ​ຊຸກຍູ້​ນະ​ໂຍບາຍດ້ານ​ເສດຖະກິດ​ດ້ວຍ 3 ຈຸດ​ສຸມ ຊຶ່ງ​ລວມມີ: ນະ​ໂຍບາຍ​ເງິນຕາ, ນະ​ໂຍບາຍ​ການ​ເງິນ​ທີ່​ມີ​ຄວາມ​ໄຫວ​ພິບ ​ແລະ ຍຸດ​ທະ​ສາດ​ສົ່ງ​ເສີມ​ການ​ລົງທຶນ​ຂອງພາກ​ເອກະ​ຊົນ.”

 

 

 

 

 

 

ຂ່າວ/ບົດ​ອື່ນ