ຍີ່​ປຸ່​ນ​ຊັ່ງ​ຊາ ​ ສະ​ພ​າ​ວະ ສຸກ​ເສີນ

(VOVWORLD) -ອີງໝົດວັນທີ 5 ເມສາ, ຍີ່ປຸ່ນ ມີຜູ້ຕິເຊື້ອພະຍາດ Covid – 19 ຈຳນວນ 4.563 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 104 ຄົນ.
ຍີ່​ປຸ່​ນ​ຊັ່ງ​ຊາ ​ ສະ​ພ​າ​ວະ ສຸກ​ເສີນ - ảnh 1 ປະຊາຊົນບາງຄົນໃສ່ຜ້າອັດປາກ - ດັ່ງເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 (ພາບ: THX/TTXVN)

ວັນທີ 6 ເມສາ, ມີເຈົ້າໜ້າທີ່ລັດຖະບານ ຍີ່ປຸ່ນ ທ່ານໜຶ່ງໃຫ້ຮູ້ວ່າ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ຄາດວ່າ ຈະປະກາດ ສະພາວະ ສຸກເສີນຍ້ອນການແຜ່ລາມຂອງໂລກລະບາດ Covid – 19 ຢູ່ປະເທດນີ້, ໃນສະພາບການຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເພີ່ມຂຶ້ນ ຢ່າງໄວລາ ຢູ່ນະຄອນຫຼວງ ໂຕກຽວ ແລະ ນະຄອນໃຫຍ່ແຫ່ງຕ່າງໆຂອງຍີ່ປຸ່ນ.

ອີງຕາມກົດດຳລັດໃໝ່ສະບັບໜຶ່ງທີ່ຫາກໍ່ໄດ້ຮັບການປັບປຸງຫວ່າງມໍ່ໆມານີ້, ການປະກາດ /ສະພາວະ ສຸກເສີນຈະມອບສິດໃຫ້ອຳນາດການປົກຄອງທ້ອງຖິ່ນ ອອກຄຳສັ່ງໃຫ້ປະຊາຊົນ ຢູ່ກັບເຮືອນ ແລະ ຮຽກຮ້ອງໃຫ້ປິດໂຮງຮຽນ ກໍ່ຄືບັນດາຮາກຖານອື່ນໆ. ການກະທຳດັ່ງກ່າວຈະເລັ່ງໃສ່ບັນດານະຄອນໃຫຍ່ຄື ໂຕກຽວ, ໂອຊາກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ