ຍີ່ປຸ່ນຊ່ວຍເຫຼືອຫວຽດນາມປັບປຸງເງື່ອນໄຂຄົມມະນາຄົມ,ການສອນແລະຮຽນຢູ່ເຂດປະສົມກັບຄວາມຫຍຸ້ງຍາກ

ຍີ່ປຸ່ນຊ່ວຍເຫຼືອຫວຽດນາມປັບປຸງເງື່ອນໄຂຄົມມະນາຄົມ,ການສອນແລະຮຽນຢູ່ເຂດປະສົມກັບຄວາມຫຍຸ້ງຍາກ - ảnh 1
ພາບປະກອບ

(vovworld) – ວັນ​ທີ 23/3, ຢູ່​ຮ່າ​​ໂນ້ຍ, ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ເຊັນ​ສັນຍາ​​ໃຫ້ການຊ່ວຍ​ເຫຼືອ​ລ້າ​ຂອງ​ລັດຖະບານ ຍີ່ປຸ່ນ ​ໃຫ້​ແກ່ 4 ​ໂຄງການ​ຢູ່ ຫວຽດນາມ ດ້ວຍ​ຈຳນວນ​ເງິນ​ເກືອບ 406.893 USD. ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່າ​ນ Hiroshi Fukada, ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ​ເນັ້ນ​ໜັກ​ວ່າ:  “ການ​​ຊ່ວຍ​ເຫຼືອ​ລ້າ​​ແມ່ນມີ​ຄວາມ​ໝາຍສຳຄັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ເພື່ອ​ບໍ່​ເຮັ​ດ​ໃຫ້​ເພີ່ມ​ທະວີ​ຊ່ອງ​ຫວ່າງ​ລະຫວ່າງ​ຄວາມ​ຮັ່ງມີ - ຄວາມທຸກ​ຍາກ”. 4 ​ໂຄງການ​ໂດຍ​ລັດຖະບານ ຍີ່ປຸ່ນ ​ໃຫ້ການ​ຊ່ວຍ​ເຫຼື​ອ​ແມ່ນຢູ່​ແຂວງ ​ເລີມ​ດົ່ງ, ກາວ​ບັ່ງ, ດ່ານັ້ງ ​ແລະ ​ແຂວງ ອຽນ​ບ໋າ​ຍ.


ຂ່າວ/ບົດ​ອື່ນ