ຍີ່ປຸ່ນຍູ້ໄວວິວັດການ ຟື້ນຟູເສດຖະກິດ ແລະ ສ້າງນະໂຍບາຍ ການທູດຄືນໃໝ່

ຍີ່ປຸ່ນຍູ້ໄວວິວັດການ ຟື້ນຟູເສດຖະກິດ ແລະ ສ້າງນະໂຍບາຍ ການທູດຄືນໃໝ່ - ảnh 1

ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shizo Abe

(ພາບ:vtv.vn)

(vovworld) – ​​ໃນສານ​ຕົ້ນປີ​ໃໝ່ 2013, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ​ ຄົນ​ໃໝ່ Shizo Abe ​ໃຫ້​ຄຳ​ໝັ້ນສັນຍາ​ຈະ​ດຳ​ເນີນ​ບັນດາ​ມາດ​ຕະການ​ຟື້ນ​ຟູ​ເສດຖະກິດ ​ແລະ ສ້າງ​ນະ​ໂຍບາຍ​ການ​ທູດຄື​ນໃໝ່ຢ່າງ​ໄວວາ. ທ່ານ Shizo Abe ຖື​ວ່າ: ຍີ່ປຸ່ນ ພວມ​ຢູ່​ໃນ​ສະພາບ​ຊົ່ວ​ຮ້າຍ​ຍ້ອນ​ການ​ພິພາດ​ເຂດ​ດິນ​ແດນ ​ແລະ ການ​ສ້າງສາ​ຫຼັງ​ໄພພິບັດ​ມີ​ຄວາມ​ຄຶ​ບໜ້າ​ຢ່າ​ງຊັກ​ຊ້າ. ທ່ານ Shizo Abe ຍອມຮັບ​ວ່າ​ລັດຖະບານ​ຂອງ​ທ່ານ​ຍັງ​ມີ​​ວຽກ​ງານຫຼາຍຢ່າງ​ຈະຕ້ອງປະຕິບັດ​ເພື່ອ​ສ້າງ​ບັນດາ​ເຂດ​ຖືກ​ທຳລາຍ​ຍ້ອນ​ເຫດ​ແຜ່ນດິນ​ໄຫວ, ຄື້ນຟອງ​ທີ່​ຮ້າຍ​ແຮງ​ເມື່ອ​ເດືອນ 3/2011. ກ່ຽວ​ກັບ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ທ່ານ Shizo Abe ​ໃຫ້​ຄຳໝັ້ນສັນຍາ​ຈະ​ມີ​ຄວາມ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ແນ​ໃສ່​ສ້າງ​ນະ​ໂຍບາຍ​ການພົວພັນ​ກັບ​ຕ່າງປະ​ເທດຂອງ​ຍີ່ປຸ່ນ ກັບ​ບາງ​ປະ​ເທດ​ອາຊີ​ຄືນ​ໃໝ່ ຊື່​ງ​ເກີດຄວາມ​ເຄັ່ງ​ຕຶງ​ໃນ​ປີ 2012. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ພື້ນຖານ​ເສດຖະກິດ​ພວມ​ມີ​ການ​ພັດທະນາ​ຢ່າງ​ຊັກ​ຊ້ານັ້ນ, ທ່ານ Shizo Abe ​ໃຫ້​ຮູ້​ວ່າ ​ໄດ້​ສ້າງຕັ້ງຄະນະ​ຟື້ນ​ຟູ​ເສດຖະກິດ​ເພື່ອ​ຕິດຕາມ​ກວດກາ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ ພ້ອມ​ທັງ​ຊີ້​ນຳ​ບັນດາ​ກະຊວງ​ທີ່​ກ່ຽວຂ້ອງ​ຕ້ອງ​ມີ​ວິທີ​ກະຕຸກ​ຊຸກຍູ້​ເສດຖະກິດ​ຢ່າງ​ຮີບ​ດ່ວນ ​ແລະ ສ້າງ​ແຜນ​ງົບປະມານ​ເພີ່ມ​ເຕີມ​ໃຫ້​ແກ່​ປີ​ການ​ເງິນ 2012.

 

 

ຂ່າວ/ບົດ​ອື່ນ