ຍີ່ປຸ່ນຕີລາຄາສູງບົດບາດ ຂອງກອງທັບ ຫວຽດນາມ ໃນການຮ່ວມມື ຢູ່ພາກພື້ນ

ຍີ່ປຸ່ນຕີລາຄາສູງບົດບາດ ຂອງກອງທັບ ຫວຽດນາມ ໃນການຮ່ວມມື ຢູ່ພາກພື້ນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Itsunori Onodera ແລະ ທ່ານຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫງວຽນ​ຈີ໋ວີ້ງ
(ພາບແຕ່ເດືອນ 8/2013 ຈາກ Hữu Thắng - TTXVN)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Masanori Nishi, ຄະນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດຍ​ພົນ​​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ - ອາ​ຊຽນ ຄັ້ງ​ທີ 5 ​ໃນ​ລະຫວ່າງ​ວັນ​ທີ 18 – 19/2.

    ​ເມື່ອ​ເຂົ້າ​ຢ້ຽມ​ຂຳ່ນັບທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Itsunori Onodera, ທ່ານຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫງວຽນ​ຈີ໋ວີ້ງ ​ໄດ້​ສະ​​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດທະນາ​ການ​ຮ່ວມ​ມຶ​ປ້ອງ​ກັນ​ປະ​ເທດລະຫວ່າງ 2 ປະ​ເທດ, ທີ່ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ, ສົມ​ກັບ​ສາຍ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ.

    ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Itsunori Onodera ຕີ​ລາຄາ​ສູງ​ບົດບາດ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ພາກ​ພື້ນ, ພິ​ເສດ, ຫວຽດນາມ ພວມ​ຕັ້ງໜ້າ​ກະກຽມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.

    ທີ່ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ຮອງ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Masanori Nishi, 2 ຝ່າຍ​ລ້ວນ​ແຕ່​ຖື​ວ່າ: ຄວນ​ເພີ່ມ​ທະວີ​ການຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ​ດ້ານ​ເສລາ​ຮັກ​​ໃຫ້​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ ສປຊ, ຕຳຫຼວດ​ທະ​ເລ ​ແລະ ພິ​ເສດ​ແມ່ນ​ບົດຮຽນ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ທ່າ​ແຮງ.

 

 

ຂ່າວ/ບົດ​ອື່ນ