ຍີ່ປຸ່ນຖືກສັນສະເທືອນຍ້ອນແຜ່ນດິນໄຫວມີຄວາມແຮງ 7,3 ອົງສາຣິດເຕີ

ຍີ່ປຸ່ນຖືກສັນສະເທືອນຍ້ອນແຜ່ນດິນໄຫວມີຄວາມແຮງ 7,3 ອົງສາຣິດເຕີ - ảnh 1
ພາບປະກອບ

(vovworld) –  ສູນ​ກ່າວ​ເຕືອນ​ຂຶ້ນ​ຟອງ​ຍັກ ປາຊີ​ຝິກ ​ໄດ້ປະກາດ​ເຫດ​​ແຜ່ນດິນ​ໄຫວ​ມີ​ຄວາມ​ແຮງ 7,3 ອົງກາຣິດ​ເຕີ ​​ເຊິ່ງ​ເກີດ​ຂຶ້ນ​​ໃນ​ເວ​ລາ 2 ​ໂມງ 10 ນາທີ​ວັນທີ​ 26/10 (ຕາມ​​ເວ​ລາ ຍີ່​ປຸ່ນ), ​ໄດ້​ເຮັດ​ໃຫ້​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ ຍີ່​ປຸ່ນ ສັນສະ​ເທືອ​ນ. ພາຍຫຼັງ​ເຫດ​ແຜ່ນດິນ​ໄຫວ, ອົງການ​ອຸຕຸນິຍົມ ຍີ່ປຸ່ນ (JMA) ​ໄດ້​​ກ່າວ​ເຕືອນວ່າ​ຄື້ນຍັກ​ຈະ​ທົບ​ໃສ່​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​​ເໜືອ ຍີ່ປຸ່ນ ພ້ອມ​ທັງ​ກ່າວ​ເຕືອນ​​ໃຫ້​ປະຊາຊົນ​ຕ້ອງ​ຍົກຍ້າຍ​ອອກ​ຈາກ​ຝັ່ງ​ທະ​ເລ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫຼັງຈາກ​ນັ້ນ 2 ຊ​ົ່ວ​ໂມງອົງການ​ JMA ​ໄດ້​ຍົກ​ເລີກຄຳ​ກ່າວ​ເຕືອນ​ຄື້ນຟອງຍັກ​.

        ພາຍຫຼັງ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ, ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ ​ໄດ້​ອອກ​ຄຳ​ສັ່ງ​ຍົກຍ້າຍ​ບັນດາ​ກຳມະກອນທີ່​ພວມ​ເຮັດ​ວຽກ​ຢູ່​ໂຮງງານ​ໄຟຟ້າ ນິວ​ເຄຼຍ Fukushima ​ເລກ 1. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບໍລິສັດ​ໄຟຟ້າ ​ໂຕ​ກຽມ (TEPCO), ​ໄດ້ປະ​ກາດວ່າ​ບໍ່​ທັນ​ພົບ​ເຫັນ​ສິ່ງ​ໃດທີ່​ຜິດ​ປົກກະຕິ​ຢູ່​ຮາກ​ຖານ​ດັ່ງກ່າວ​ພາຍຫຼັງ​ເກີດ​ເຫດ​ແຜ່ນດິນ​ໄຫວ.

 

ຂ່າວ/ບົດ​ອື່ນ