ຍີ່​ປຸ່ນນຳ​ໜ້າ​ບັນ​ຊີ​ລາຍ​ຊື່​ປ​ະ​ເທດທີ່ຮັບເອົາ​ແຮງ​ງານຫວຽດ​ນາມ

(VOVWORLD) -11 ເດືອນຜ່ານມາ, ຫວຽດນາມ ໄດ້ສົ່ງແຮງງານ130,000 ຄົນໄປເຮັດວຽກຢູ່ຕ່າງປະເທດຕາມແບບສັນຍາ.ເກີນຄາດໝາຍແຜນການປະຈຳປີທີ່ໄດ້ວາງອອກແມ່ນສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດເປັນຈຳນວນ120.000 ຄົນ.

 ຕະຫຼາດທີ່ນຳໜ້າຮັບເອົາແຮງງານຫວຽດນາມແມ່ນຍີ່ປຸ່ນ, ດວ້ຍຈຳນວນກວ່າ 71.000 ຄົນ. ທ່ານເລວັນແທັງ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມໃຫ້ຮູ້ວ່າ:

        “ໃນຊຸມປີມໍ່ໆມານີ້, ປະຊາຄົມຊາວຫວຽດນາມອາໄສ ຢູ່ ຍີ່ປຸ່ນໄດ້ເພີ່ມຂຶ້ນພໍສົມຄວນ. ມາເຖິງປັດຈຸບັນ, ມີປະມານ 330.000 ຄົນ, ຢືນຢູ່ອັນດັບ 3 ໃນປະຊາຄົມຊາວຕ່າງປະເທດທີ່ອາໄສຢູ່ ຍີ່ປຸ່ນແລະປັດຈຸບັນມີຊາວຫວຽດນາມທີ່ພວມດຳລົງຊີວິດແລະຮ່ຳຮຽນຢູ່ທັງໝົດ 47 ແຂວງຂອງຍີ່ປຸ່ນ.ໄລ່ເຖິງປັດຈຸບັນ, ຫວຽດນາມໄດ້ສົ່ງນັກຝຶກງານໄປຍີ່ປຸ່ນປະມານ 250.000 ຄົນ. ນີ້ແມ່ນແຫຼ່ງແຮງງານທີ່ລ້ຳຄ່າ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນນັບມື້ນັບພັດທະນາ

        ແຮງງານຫວຽດນາມທີ່ເດີນທາງໄປຍີ່ປຸ່ນເພື່ອສຶກສາແລະເຮັດວຽກຕາມບັນດາໂຄງການຫຼັກສູດຄື: ນັກຝຶກຫັດດ້ານທັກສະ, ນັກວິສະວະກອນ, ການກໍ່ສ້າງແລະຕໍ່ກຳປັ່ນ, ການປິ່ນປົວບຳລຸງສຸຂະພາບ,ພະຍາບານ./.

ຕອບກັບ

ຂ່າວ/ບົດ​ອື່ນ