ຍີ່​ປຸ່ນ​ປະ​ກາດ​ໃຊ້​ງົບ​ປະ​ມານ​ປ້ອງ​ກັນ​ຊາດ ​ຢູ່​ລະ​ດັບ​ສູງສະ​ຖິ​ຕິ​ ໃນ​ປີ​ການ​ເງິນ 2024

(VOVWORLD) - ງົບປະມານປ້ອງກັນຊາດປີ 2024 ສຸມໃສ່ ການເພີ່ມທະວີຄວາມສາມາດໃນການຕ່າວໂຈມຕີ ຂອງປະເທດຊາດ ແລະ ເພີ່ມທະວີລະບົບປ້ອງກັນລູກສອນໄຟ.
ຍີ່​ປຸ່ນ​ປະ​ກາດ​ໃຊ້​ງົບ​ປະ​ມານ​ປ້ອງ​ກັນ​ຊາດ ​ຢູ່​ລະ​ດັບ​ສູງສະ​ຖິ​ຕິ​ ໃນ​ປີ​ການ​ເງິນ 2024 - ảnh 1ລະບົບປ້ອງກັນລູກສອນໄຟ Patriot -3 ຂອງຍີ່ປຸ່ນ (ພາບ: Kyodo/TTXVN)

ຍີ່ປຸ່ນໄດ້ນຳບ້ວງໃຊ້ຈ່າຍດ້ານປ້ອງກັນຊາດສູງລະດັບສະຖິຕິ ເຂົ້າໃນງົບປະມານປະກາດໃຊ້ໃຫ້ແກ່ປີການເງິນ 2024 ເຊິ່ງເລີ່ມແຕ່ເດືອນເມສາຈະມາເຖິງ. ງົບປະມານປ້ອງກັນຊາດ ປີການເງິນ 2024 ຂອງ ຍີ່ປຸ່ນ ຢູ່ລະດັບສູງປະຫວັດສາດ 7,95 ພັນຕື້ ເຢນ (ປະມານ 52,5 ຕື້ USD). ນີ້ແມ່ນສ່ວນໜຶ່ງໃນງົບປະມານແຫ່ງລັດ ໂດຍສະພາແຫ່ງຊາດ ຍີ່ປຸ່ນ ອະນຸມັດຜ່ານ ໃນວັນທີ 28 ມີນາ ໃຫ້ປີການເງິນ 2024 ດ້ວຍຍອດມູນຄ່າປະມານ 112,57 ພັນຕື້ ເຢນ.

ກ່ຽວກັບການຈັດແບ່ງລາຍລະອຽດ, ງົບປະມານປ້ອງກັນຊາດປີ 2024 ສຸມໃສ່ ການເພີ່ມທະວີຄວາມສາມາດໃນການຕ່າວໂຈມຕີ ຂອງປະເທດຊາດ ແລະ ເພີ່ມທະວີລະບົບປ້ອງກັນລູກສອນໄຟ. ທ້າຍປີ 2022 ລັດຖະບານຍີ່ປຸ່ນ ໄດ້ຮັບຮອງເອົາເອກະສານໃໝ່ 3 ສະບັບກ່ຽວຂ້ອງເຖິງການປ້ອງກັນຄວາມສະຫງົບ ແລະ ການປ້ອງກັນຊາດ ຢ່າງເປັນທາງການ, ໃນນັ້ນມີຍຸດທະສາດການປ້ອງກັນຄວາມສະຫງົບແຫ່ງຊາດ, ວາງອອກແຜນການເພີ່ມການໃຊ້ຈ່າຍດ້ານປ້ອງກັນຊາດ ຂອງຍີ່ປຸ່ນ ຂຶ້ນເຖິງ 43 ພັນຕື້ ເຢນ ໃນ 5 ປີ (ແຕ່ປີ 2023 – 2027).

ຕອບກັບ

ຂ່າວ/ບົດ​ອື່ນ