ຍີ່ປຸ່ນປາຖະໜາຢາກຊຸກຍູ້ການປະຕິຮູບໃນສະພາຄວາມໝັ້ນຄົງສປຊ

ຍີ່ປຸ່ນປາຖະໜາຢາກຊຸກຍູ້ການປະຕິຮູບໃນສະພາຄວາມໝັ້ນຄົງສປຊ - ảnh 1
(ພາບປະກອບ)

(vovworld) - ​ແຕ່​ວັນ​ທີ 1/1, ຍີ່ປຸ່ນ​ເລີ່​ມຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ກຳມະການ​ບໍ່​ປະຈຳການ​ໃນ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ພ້ອມ​ກັບ ອີ​ຢີບ, ​ເຊ​ເນ​ການ, ຢູຣູ​ໄກວ ​ແລະ ຢູ​ແກຼນ. ຜູ້ຕາງໜ້າຍີ່ປຸ່ນ​ປະຈຳ​ສະຫະ​ປະຊາ​ຊາດ Yoshikawa Motohide ​ໃຫ້​ຮູ້​ວ່າ​ ຈະ​​ເອົາ​ໃຈ​ໃສ່​ເຖິງ​ໂຄງການ​ນິວຄະ​ເລຍ​ຂອງ ສປປ ​ເກົາຫຼີ,​ ເພາະວ່າ​ນີ້​ແມ່ນ​ບັນຫາ​ທີ່​ໜ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ, ​ເຊິ່ງ​ແມ່ນ​ອົງການ​ຮັບຜິດຊອບ​ໜ້າ​ທີ່​ຮັກສາ​ສັນຕິພາບ ​ແລະ ຄວາມ​ປອດ​ໄພ​ຢູ່​ໃນ​ໂລກ. ​ໃນ​ອາຍຸ​ການ​ເປັນ​ເວລາ 2 ປີ, ຍີ່ປຸ່ນ​ຈະ​ຕ້ອງ​ປະກອບສ່ວນ​​ແກ້​ໄຂ​ການ​ປະ​ທະ​ກັນ​ຕ່າງໆ​ຢູ່​ໃນ​ໂລກ. ​ໂຕ​ກຽວ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ ອາຊີຕາ​ເວັນ​ອອກ. ຄຽງ​ຂ້າງ​ນັ້ນ, ​ໂຕ​ກຽວ​ກໍ່​ມີ​ແຜນການ​ຊຸກຍູ້​ການ​ປະຕິ​ຮູບອົງການ​ມີ​ສິດ​ອຳນາດ​ທີ່​ສຸດ​ນີ້, ພິ​ເສດ​ແມ່ນ​ກ່ຽວຂ້ອງ​ເຖິງ​ບັນຫາ​​ເພີ່ມ​ຈຳນວນ​ກຳມະການ​ປະຈຳການ.

ຂ່າວ/ບົດ​ອື່ນ