ຍີ່ປຸ່ນພ້ອມແລ້ວທີ່ຈະໜູນຊ່ວຍ IAEA ກວດກາເລື່ອງປອດນິວເຄຼຍຂອງສປປ.ເກົາຫຼີ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ຢືນຢັນວ່າ, ໂຕກຽວ ຈະສະໜັບສະໜູນອົງການພະລັງງານປະລະມານູສາກົນ (IAEA) ຖ້າຫາກວ່າອົງການດັ່ງກ່າວດຳເນີນການກວດກາຮາກຖານນິວເຄຼຍຂອງສປປ.ເກົາຫຼີ.

ຍີ່ປຸ່ນພ້ອມແລ້ວທີ່ຈະໜູນຊ່ວຍ IAEA ກວດກາເລື່ອງປອດນິວເຄຼຍຂອງສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ພົບປະກັບຜູ້ອຳນວຍການໃຫຍ່ IAEA, ທ່ານ Yukiya Amano

(ພາບ: Kyodo/TTXVN)

ວັນທີ 05 ກໍລະກົດ, ກ່າວປາໄສທີ່ການພົບປະກັບຜູ້ອຳນວຍການໃຫຍ່ IAEA, ທ່ານ Yukiya Amano ຢູ່ນະຄອນຫຼວງວຽນນາ, ປະເທດໂອຕາລິດ, ທ່ານ Kono ເນັ້ນໜັກວ່າ ຍີ່ປຸ່ນ ພ້ອມແລ້ວທີ່ຈະໜູນຊ່ວຍດ້ວຍວິທີແບ່ງຄ່າໃຊ້ຈ່າຍທີ່ຈຳເປັນ 3,2 ລ້ານ USD ໃນເບື້ອງຕົ້ນ ໃຫ້ບັນດາການກວດກາຄືແນວນັ້ນ ແລະ ຈັດສົ່ງບັນດານັກຊ່ຽວຊານດ້ານນິວເຄຼຍໜູນຊ່ວຍດ້ານເຕັກນິກຖ້າຫາກສປປ.ເກົາຫຼີ ເຫັນດີເພື່ອ IAEA ກວດກາບັນດາຮາກຖານຂອງປະເທດນີ້ ພາຍຫຼັງໃຫ້ຄຳໝັ້ນສັນຍາມີການກະທຳມຸ່ງໄປເຖິງການປອດນິວເຄຼຍໃນແຫຼມເກົາຫຼີ.

      ສ່ວນທ່ານ Amano, ຜູ້ອຳນວຍການໃຫຍ່ IAEA ໃຫ້ຮູ້ວ່າ, ຖ້າຫາກໄດ້ຮັບຄຳຮຽກຮ້ອງໃຫ້ກວດກາ, IAEA ອາດຈະຜັນຂະຫຍາຍຢ່າງວ່ອງໄວ, ປະຈຸບັນອົງການນີ້ກໍ່ພວມກະກຽມ.

      ກໍທີ່ຂອບເຂດການພົບປະ, 2 ຝ່າຍໄດ້ເປັນເອກະພາບຈະຮ່ວມສຳພັນນຳກັນຢ່າງສະໜິດແໜ້ນໃນບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ, ພ້ອມທັງພິຈາລະຈາຄືນບັນດາເນື້ອໃນຮ່ວມມືເຊິ່ງອາເມລິກາ ແລະ ສປປ.ເກົາຫຼີ ໄດ້ເປັນເອກະພາບໃນການພົບປະຂັ້ນສຸດຍອດລະຫວ່າງ 2 ປະເທດເມື່ອເດືອນ ມິຖຸນາ ຢູ່ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ