ຍີ່ປຸ່ນຢຶດໝັ້ນບໍ່ປະນິປະນອມການກໍ່ການຮ້າຍ

ຍີ່ປຸ່ນຢຶດໝັ້ນບໍ່ປະນິປະນອມການກໍ່ການຮ້າຍ - ảnh 1
(ທ່ານ​ນາຍົກລັດຖະມົນຕີ Shinzo Abe)

(vovworld) – ​ເລື່ອງ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງເຂັ່ນຂ້າ​ຕົວ​ປະກັນຊາວ​ຍີ່ປຸ່ນ ​ຜູ້ທີ 2 ສືບ​ຕໍ່​ເພີ່ມ​ຄວາມຄຽດ​ແຄ້ນ, ການຄັດຄ້ານ​ຢ່າງ​ແຮງ​ໃນ​ຫາງ​ສຽງ​ຍີ່ປຸ່ນ ​ແລະ ສາກົນ. ວັນ​ທີ 01/02, ລັດຖະບານ​ຍີ່ປຸ່ນ ​ໄດ້​ຮຽກ​ໂຮມ​ກອງ​ປະຊຸມ​ລັດຖະບານ ​ແລະ ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ (NSC) ຢູ່ຫ້ອງວ່າການ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໄດ້​ເອີ້ນ​​ນີ້​ແມ່ນ “ໂທດ​ກຳທີ່ຕໍ່າ​ຕ້ອຍ ​ແລະ ໜ່າຍ​ແໜງ” ​ແລະ ​ເນັ້ນ​ໜັກ​ວ່າ, ຍີ່ປຸ່ນ ຈະຕັດສິນ​ໃຈຮັບຜິດຊອບ​ໜ້າ​ທີ່​ໃນ​ປະຊາ​ຄົມ​ໂລກ​ເພື່ອຕໍ່​ສູ້ຕ້ານ​ການ​ກໍ່​ການ​ຮ້າຍ, ພ້ອມ​ທັງອອກ​ຄຳ​ສັ່ງ​​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ຊາວ​ຍີ​່ປຸ່ນ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່າ​ນນາຍົກລັດຖະມົນຕີ Shinzo Abe ຢືນຢັນ​ວ່າ, ຍີ່ປຸ່ນ ຈະ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​​ທຳ​ຄື ການ​ສະໜອງ​ທັນ​ຍາ​ຫານ ​ແລະ ຢຸກຢາ ຜ່ານ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ ​ໃນ​ການ​ຕໍ່​ສູ້​ຕ້ານ​ກໍ່​ການ​ຮ້າຍ.

        ບັນດາ​ປະ​ເທດ​​ໃນ​ໂລກ, ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ​ເຢຍລະ​ມັນ, ອົດສຕາ​ລີ ​ແລະ ສະຫະ​ປະຊາ​ຊາດ ​ໄດ້​ຄັດຄ້ານ​ການ​ເຂັ່ນຂ້າ​ຕົວ​ປະກັນ​ຊາວ​ຍີ່ປຸ່ນ ຢ່າງ​ແຮງ ​ແລະ ສະ​ແດງ​ການ​ສະໜັບສະໜູນ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ