ຍີ່ປຸ່ນຢືນຢັນຮັກສາການຮ່ວມມືຄວາມໝັ້ນຄົງກັບສ.ເກົາຫຼີ

(VOVWORLD) -ສຳນັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ, ທ່ານຫົວໜ້າຫ້ອງວ່າການ ລັດຖະບານຍີ່ປຸ່ນ Yoshihide Suga ໄດ້ຢືນຢັນຫຼັກໝັ້ນຂອງລັດຖະບານຍີ່ປຸ່ນ ແມ່ນສືບຕໍ່ຮ່ວມມືໃນຂົງເຂດຄວາມໝັ້ນຄົງກັບສ.ເກົາຫຼີ

ຍີ່ປຸ່ນຢືນຢັນຮັກສາການຮ່ວມມືຄວາມໝັ້ນຄົງກັບສ.ເກົາຫຼີ - ảnh 1 ທ່ານຫົວໜ້າຫ້ອງວ່າການ ລັດຖະບານຍີ່ປຸ່ນ Yoshihide Suga

(ພາບ: AFP/TTXVN)

ເຖິງວ່າໄດ້ຢຸດຕິການປຶກສາຫາລືຄວາມເຫັນກ່ຽວກັບບັນຫາຣາດາ ຢູ່ທະເລລະຫວ່າງ 2 ປະເທດກໍ່ຕາມ.

        ທ່ານ Suga ກ່າວປາໄສຕໍ່ວົງການນັກຂ່າວໃນວັນທີ 22 ມັງກອນ, ເມື່ອຖືກຖາມກ່ຽວກັບຫຼັກໝັ້ນຂອງໂຕກຽວ ທີ່ກ່ຽວຂ້ອງເຖິງເລື່ອງ ກະຊວງປ້ອງກັນປະເທດສ.ເກົາຫຼີ ສະແດງຄວາມ “ເສຍດາຍ” ກ່ຽວກັບຂໍ້ຕົກລົງຂອງຍີ່ປຸ່ນ ທີ່ຢຸດຕິບັນດາການປຶກສາຫາລືຄວາມເຫັນກ່ຽວກັບການເກີດເຫດດັ່ງກ່າວ ໃນວັນທີ 21 ມັງກອນ. ຕາມທ່ານ Suga ແລ້ວ, ຍາກທີ່ຈະປຶກສາຫາລືໃນຄັ້ງຕໍ່ໄປ ເມື່ອຝ່າຍສ.ເກົາຫຼີ ບໍ່ຍອມຮັບຮູ້ສະເໜີຍົກອອກພະຍານຫຼັກຖານໃນກອງປະຊຸມຂັ້ນນັກວິຊາການ. ເຖິງຢ່າງໃດກໍ່ຕາມ, ທ່ານສະແດງຄວາມປາດຖະໜາວ່າ ຍີ່ປຸ່ນ ຢາກສືບຕໍ່ຮ່ວມມືກັບສ.ເກົາຫຼີ ໃນຂົງເຂດຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ