ຍີ່ປຸ່ນ-ລັດເຊຍປຶກສາຫາລືກ່ຽວກັບຄວາມສາມາດຂຸດຄົ້ນຮ່ວມຢູ່ບັນດາເກາະເກີດການຂັດແຍ້ງ ກັນ

ຍີ່ປຸ່ນ-ລັດເຊຍປຶກສາຫາລືກ່ຽວກັບຄວາມສາມາດຂຸດຄົ້ນຮ່ວມຢູ່ບັນດາເກາະເກີດການຂັດແຍ້ງ ກັນ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: AFP/TTXVN)

(vovworld) – ​ ວັນ​ທີ 15/12 ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ພວມ​ຢູ່​ຢ້ຽມຢາມ ຍີ່ປຸ່ນ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ​ໃນ​ນັ້ນ ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ຄວາມ​ສາມາດ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ເສດຖະກິດ​ຮ່ວມ​ຢູ່​ບັນດາ​ເກາະ​ເກີດ​ການ​ຂັດ​ແຍ້​ງກັນ. ​ເມື່ອ​ຕອບ​ສຳພາດ​ຕໍ່​ວົງ​ການ​ນັກຂ່າວພາຍຫລັງ​ການ​ເຈລະຈາ​ທີ່​ແກ່​ຍາວ​ເປັນ​ເວລາ 3 ຊົ່ວ​ໂມງ​ທີ່​ເຂດ​ຕາກ​ອາກາດ Nagato ​ແຂວງ Yamaguchi ທາ​ງພາກ​ໃຕ້ ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ Abe ​ໃຫ້​ຮູ້​ວ່າ: ທ່ານ​ມີ​ການ​ປຶກສາ​ຫາລື​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ທ່ານ​ປະທານາທິບໍດີ ລັດ​ເຊຍ ກ່ຽວ​ກັບ​ບັນຫາຂັດ​ແຍ້​ງກັນ​ຜືນ​ແຜ່ນດິນ. ທ່ານ Abe ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ໝາກຜົນ​ແຫ່ງ​ການ​ເຈລະຈາ​ຈະ​ໄດ້​ປະກາດ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ລະຫວ່າງ​ການ​ນຳ 2 ທ່ານ​ໃນ​ວັນ​ທີ 16/12. ການ​ຂັດ​ແຍ້​ງ​ອະທິປະ​ໄຕ​ສຳລັບໝູ່​ເກາະ 4 ​ແຫ່ງ ​ຊຶ່ງປະຈຸ​ບັນ​ໂດຍ ລັດ​ເຊຍ ຄວບ​ຄຸມ ​ແລະ ​ເອີ້ນ​ວ່າ ​Kuril ໃຕ້ ​ໃນ​ຂະນະ ​ໂຕ​ກຽວ ​ເອີ້ນ​ວ່າ ​ເຂດ​ຜືນ​ແຜ່ນດິນ​ທາງ​ພາກ​ເໜືອ ​ໄດ້ຂັດຂວາງ 2 ຝ່າ​ຍລົງ​ນາມ​​ໃນສົນທິສັນຍາ​ສັນຕິພາບ​ພາຍຫລັງ​ສົງຄາມ​ໂລກ​ຄັ້ງທີ 2…​ໃນ​ຂະນະ​ນັ້ນ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ແຈ້ງ​ໃຫ້​ຊາບວ່າ ທີ່​ການ​ພົບ​ປະ​ເຈລະຈາ​ດັ່ງກ່າວ ທ່ານ​ປະທານາທິບໍດີ ​ລັດ​ເຊຍ Putin ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Abe ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນຟື້ນ​ຟູ​ບັນດາ​ການ​ພົບ​ປະ​ດ້ານ​ການ​ທະຫານ ຊຶ່ງ​ຖືກຢຸດ​ສະ​ງັກ, ກໍ່​ຄື​ການ​ພົບ​ປະ​ຕາມ​ຮູບ​ແບບ 2+2.

ຂ່າວ/ບົດ​ອື່ນ