ຍີ່ປຸ່ນສືບຕໍ່ແມ່ນຄູ່ຮ່ວມມືສຳຄັນແຖວໜ້າແລະຍາວນານຂອງຫວຽດນາມ

ຍີ່ປຸ່ນສືບຕໍ່ແມ່ນຄູ່ຮ່ວມມືສຳຄັນແຖວໜ້າແລະຍາວນານຂອງຫວຽດນາມ - ảnh 1
ທ່ານ Tsutomu Takebe ແລະ ທ່ານ ຫງວຽນ​ທ້ຽນ​ເຍີນ
(ພາບ: daidoanket.vn)

(vovworld) – ວັນ​ທີ 8/3, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Tsutomu Takebe, ທີ່​ປຶກສາ​ພິ​ເສດສຳພັນ​ທະ​ມິດ​ສະມາຊິກ​ລັດຖະສະພາ​ ​ມິດຕະພາບ ຍີ​່ປຸ່ນ - ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​​ເຊິ່ງ, ກ້ວາງ​ຂວາງ ຫວຽດນາມ - ຍີ່ປຸ່ນ ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​​ດີ​ງາມທີ່​ສຸດ​ໃນ​ທຸກ​ຂົງ​ເຂດ. ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ, ​ແນວທາງ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​​ໃນ​ການ​ພົວພັນ​ກັບ ຍີ່ປຸ່ນ ຈະ​ບໍ່​ປ່ຽນ​ແປງ​ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂ​ອງພັກ, ຍີ່ປຸ່ນ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ​ຂອງ ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ ​ແລະ ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ, ການ​ຮ່ວມ​ມື, ການພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.


ຂ່າວ/ບົດ​ອື່ນ