ຍີ່ປຸ່ນສະເຫຼີມສະຫຼອງວັນ Takeshima

ຍີ່ປຸ່ນສະເຫຼີມສະຫຼອງວັນ Takeshima - ảnh 1
(ພາບ: world.kbs.co.kr)
(vovworld) - ວັນ​ທີ 22/02, ຍີ່​ປຸ່ນ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ “ວັນ Takeshima” ຢູ່​ນະຄອນ Matsue, ທີ່ຂຶ້ນ​ກັບ​ແຂວງ Shimane. ນີ້​ແມ່ນ​ເຫດການ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ປະຈຳ​ປີ​ແຕ່ 8 ປີ​ມາ​ນີ້ ​ເພື່ອ​ຖະ​ແຫຼງອະທິປະ​ໄຕ​ທີ່​ມີ​ຕໍ່ໝູ່​ເກາະ​ພິດພາດ Takeshima ​​ເຊິ່ງຝ່າຍ ສ.​ເກົາຫຼີ ​ເອີ້ນ​ວ່າ Dokdo. ​ເຂົ້າ​ຮ່ວມ​ພິທີ​ມີ​ການ​ເຂົ້າ​ຮ່ວມ​ຂອງປະມານ 500 ຄົນ, ​ໃນ​ນັ້ນ​ມີເຈົ້າໜ້າ​ທີ່​ລັດຖະບານ​ທ່ານ​ໜຶ່ງ​ ແລະ ບັນດາສະມາຊິກ​ລັດຖະສະພາ. ນີ້ແມ່ນຄັ້ງທຳອິດທີ່ລັດຖະບານ ຍີ່ປຸ່ນ ສົ່ງສະມາຊິກເຂົ້າຮ່ວມເຫດການນີ້ ໂດຍບໍ່ຫົວຊາຕໍ່​ເລື່ອງ​ກ່ອນ​ນັ້ນຝ່າຍສ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ໂຕກຽວ ຍຸບເລີກການຈັດຕັ້ງພິທີສະເຫຼີມສະຫຼອງ, ກໍຄືຄັດຄ້ານ​ເລື່ອງ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຍີ່ປຸ່ນ ມີໜ້າ​ຢູ່​ພິທີ. ​​ແຈ້ງການ​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ​ ໄດ້​ສະ​ແດງ​ຄວາມ​ເສຍດາຍ​​ຕໍ່​ເລື່ອງເຈົ້າ​ໜ້າ​ທີ່​ລັດຖະບານ​ທ່ານ​ໜື່ງ​ເຂົ້າ​ຮ່ວມ​ເຫດການນີ້, ພ້ອມ​ທັງ​ຄັດຄ້ານ​ການ​ກຳ​ທຳ​ນີ້​ຢ່າງ​ແຮງ. ​ແຈ້ງການ​ກໍໄດ້​ຮຽກຮ້ອງ​ໃຫ້​ຝ່າຍຍີ່ປຸ່ນ ຢຸດຕິ​ບັນດາຄຳ​ຖະ​ແຫຼ​ງອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ Dokco/Takeshima.
ຂ່າວ/ບົດ​ອື່ນ