​​ຍີ່ປຸ່​ນ​ສະ​ໜັບ​ສ​ະ​ໜູນ​ບັນ​ດາ​ບຸ​ລິ​ມະ​ສິ​ດ​ສິ່ງ​ແວດ​ລ້ອມ​ໃນ​ປີ ຫ​ວຽດ​ນາມ ​ຈະເປັນ​ປະ​ທານ ອາ​ຊ​ຽ​ນ 2020

(VOVWORLD) -ວັນທີ 9 ຕຸລາ ຢູ່ Siem Reap, ປະເທດ ກຳປູເຈຍ ທ່ານ ຫວໍຕວນເຍິນ ຮອງລັດຖະມົນຕີ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ, ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສິ່ງແວດລ້ອມ ອາຊຽນຄັ້ງທີ 15 (AMME 15), ເຂົ້າຮ່ວມກອງປະຊຸມສອງຝ່າຍກັບທ່ານນາງ Yubari Sato ລັດຖະມົນຕີກະຊວງສິ່ງແວດລ້ອມຍີ່ປຸ່ນ.
​​ຍີ່ປຸ່​ນ​ສະ​ໜັບ​ສ​ະ​ໜູນ​ບັນ​ດາ​ບຸ​ລິ​ມະ​ສິ​ດ​ສິ່ງ​ແວດ​ລ້ອມ​ໃນ​ປີ ຫ​ວຽດ​ນາມ ​ຈະເປັນ​ປະ​ທານ ອາ​ຊ​ຽ​ນ 2020 - ảnh 1

ທ່ານຫວໍຕວນເຍິນ ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ທ່ານນາງ Yubari Sato ລັດຖະມົນຕີກະຊວງຊັບພະຍາກອນ ຍີ່ປຸ່ນ ມອບຂອງຂວັນທີ່ລະນຶກຢູ່ການພົບປະສອງຝ່າຍ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານນາງ Yubari Sato ໄດ້ແລກປ່ຽນບັນດາເນື້ອໃນບຸລິມະສິດໃນການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ກໍ່ຄືການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ເມື່ອແລກປ່ຽນກ່ຽວກັບບັນຫາຂີ້ເຫຍື້ອປລາດຕິກ ແລະ ຂີ້ເຫຍື້ອປລາດຕິກຢູ່ມະຫາສະມຸດ. ທ່ານ ຫວໍຕ໊ວນເຍິນ ໄດ້ແບ່ງປັນບັນດາການເຄື່ອນໄຫວ ທີ່ ຫວຽດນາມພວມຜັນຂະຫຍາຍໃນປັດຈຸບັນ. ໃນຊຸມປີມໍ່ໆມານີ້, ຫວຽດນາມໄດ້ສຸມໃສ່ເຂົ້າໃນການແກ້ໄຂມົນລະພິດຍ້ອນສິ່ງເສດເຫຼືອແຂງ ແລະ ເພີ່ມທະວີບັນດາວິທີກ້າວໜ້າໃນການກຳຈັດສິ່ງເສດເຫຼືອແຂງ. ໃນຖານະເປັນປະທານ ອາຊຽນໃນປີ 2020, ຫວຽດນາມຖືເນື້ອໃນ ຂີ້ເຫຍື້ອປລາດຕິກ ແລະ ຂີ້ເຫຍື້ອປລາດຕິກຢູ່ມະຫາສະມຸດແມ່ນໜຶ່ງໃນບັນດາເນື້ອໃນບຸລິມະສິດທີ່ໄດ້ຮັບການຜັນຂະຫຍາຍ. ທີ່ກອງປະຊຸມ, ທ່ານ ຫວໍຕ໊ວນເຍິນ ໄດ້ສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ຫວຽດນາມກ່ຽວກັບເຕັກໂນໂລຢີກຳຈັດຂີ້ເຫຍື້ອໃນການດຳລົງຊີວິດ ແລະ ປະກາດການຄາດຄະເນວ່າ ໃນເດືອນຕຸລາ - ພະຈິກ 2019 ນີ້, ຫວຽດນາມຈະຈັດຕັ້ງກອງປະຊຸມທົ່ວປະເທດກ່ຽວກັບສິ່ງເສດເຫຼືອແຂງ ແລະ ຫວັງວ່າ ຍີ່ປຸ່ນຈະແນະນຳບັນດາເຕັກໂນໂລຢີທີ່ກ້າວໜ້າເພື່ອກຳຈັດ ຂີ້ເຫຍື້ອໃນການດຳລົງຊີວິດ ແລະ ສາມາດນຳໃຊ້ໄດ້ຢູ່ ຫວຽດນາມ.

        ສ່ວນທ່ານນາງ Yubari Sato ກໍ່ສະແດງຄວາມສົນໃຈ ແລະ ພ້ອມແລ້ວທີ່ຈະສະໜັບສະໜູນ ຫວຽດນາມໃນການຜັນຂະຫຍາຍບັນດາການເຄື່ອນໄຫວໃນປີເປັນປະທານ ອາຊຽນ 2020. ທ່ານນາງຮັບຮູ້ການແບ່ງປັນຂອງທ່ານຮອງລັດຖະມົນຕີ ຫວໍຕວນເຍິນກ່ຽວກັບເນື້ອໃນ ຫວຽດນາມ ຈະ ໃຫ້ບຸລິມະສິດຍົກອອກມາໃນປີເປັນ ປະທານ ອາຊຽນ 2020 ແມ່ນຂີ້ເຫຍື້ອປລາດຕິກ ແລະ ຂີ້ເຫຍື້ອປລາດຕິກຢູ່ທະເລ. ທ່ານນາງ Yubari Sato ຫວັງວ່າ ຫວຽດນາມຈະປະສົບຜົນສຳເລັດໃນບົດບາດເປັນປະທານອາຊຽນ ໃນ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ