ຍີ່ປຸ່ນອຸປະຖຳເງິນ 3 ຕື້ USD ໃຫ້ແກ່ບັນດາປະເທດພວມພັດທະນາ

ຍີ່ປຸ່ນອຸປະຖຳເງິນ 3 ຕື້ USD ໃຫ້ແກ່ບັນດາປະເທດພວມພັດທະນາ - ảnh 1
( ພາບປະກອບ )

( vovworld ) -   ຍີ່ປຸ່ນ​ຈະອຸປະຖຳ​ເງິນ 3 ຕື້ USD ​ໃນ​ຮອບ​ເວລາ 3 ປີ​ໃຫ້​ແກ່​ບັນດາ​ປະ​ເທດ​ພວມ​ພັດທະນາ ​ເພື່ອ​ສ້າງ​ພື້ນຖານ​ເສດຖະກິດ​ຂຽວ​ນຳ​ໃຊ້​ພະລັງງານ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫ​ັນທີ່​ກອງ​ປະຊຸມສຸດ​ຍອດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ( Rio+20 ) ທີ່​ພວມ​ຈັດ​ຂຶ້ນ​ຢູ່ Brazil, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Koichiro Gemba ​ໄດ້​ຖື​ວ່າ ​ເລື່ອງ​ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ຂຽວ​ແມ່ນບັນຫາເຊິ່ງບັນດາ​ປະ​ເທດ​ຄວນ​ຮ່ວມ​​ແຮງ​​ຮ່ວມ​ໃຈເພື່ອ​ແກ້​ໄຂ. ດ້ວຍ​ປະສົບ​ການຫຼາຍ​ປີ​ໃນ​ຂົງ​ເຂດປະ​ຢັດ​ພະລັງງານ​ ​ແລະ ຜະລິດພະລັງງານ​ຄືນ​ໃໝ່, ຍີ່ປຸ່ນ​ເຊື່ອ​ໝັ້ນ​ວ່າ​ ຈະປະກອບສ່ວນ​ໃຫ້​ແກ່​ວິວັດ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຂຽວ​ຂອງ​ບັນດາ​ປະ​ເທດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Gemba ກໍ​ໃຫ້​ຮູ້​ວ່າ ຍີ່ປຸ່ນ ຈະ​ຈັດກອງ​ປະຊຸມ​​ສາກົນຂັ້ນ​ລັດຖະມົນຕີ​ໃນ​ເດືອນ 7 ​ເພື່ອ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ໄພພິບັດ​​ແຜ່ນດິນ​ໄຫວ ​ແລະ ຄື້ນຍັກ​ໃນ​ປີ 2011. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຍີ່ປຸ່ນ ຈະ​ປະກາດ​ແຜນການ​ອຸປະຖຳ​ທີ່​ມີ​ມູນ​ຄ່າ 3 ຕື້ USD ​ໃນ​ຮອບ​ເວລາ 3 ປີ​ໃຫ້​ແກ່​ບັນດາ​ປະ​ເທດ​ພວມ​ພັດທະນາ.

ຂ່າວ/ບົດ​ອື່ນ