ຍີ່​ປຸ່ນ​ອຸ​ປະ​ຖຳ​ເງິນ​ຈຳ​ນວນ 3 ລ້ານ USD ເພື່ອ​ຊ່ວຍ​ລາວ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

(VOVWORLD) -ວັນທີ 16 ກໍລະກົດ, ລັດຖະບານຍີ່ປຸ່ນ ໄດ້ສະໜອງບ້ວງເງິນຊ່ວຍເຫຼືອຫຼ້າທີ່ມີມູນຄ່າ 3 ລ້ານ USD ເພື່ອຊ່ວຍລາວພັດທະນາແຫຼ່ງຊັບພະຍາກອນມະນຸດ.
ຍີ່​ປຸ່ນ​ອຸ​ປະ​ຖຳ​ເງິນ​ຈຳ​ນວນ 3 ລ້ານ USD ເພື່ອ​ຊ່ວຍ​ລາວ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ - ảnh 1 ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ Keizo Takewaka ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ທອງສະຫວັນ ພົມວິຫານ

 ມອບຮັບບົດບັນທຶນເຊັນ (ພາບ: Vientiane)

    ກ່າວຄຳເຫັນທີ່ພິທີເຊັນ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ Keizo Takewaka ໃຫ້ຮູ້ວ່າ: ບ້ວງເງິນດັ່ງກ່າວຈະຖືກນຳໃຊ້ເຂົ້າໃນໂຄງການທຶນສຶກສາພັດທະນາແຫຼ່ງຊັບພະຍາກອນມະນຸດ, ກ່ອນອື່ນໝົດແມ່ນຈະສະໜອງທຶນສຶກສາໃຫ້ແກ່ພະນັກງານໜຸ່ມຂອງລາວ 22 ຄົນ ທີ່ພວມຮຽນຢູ່ບັນດາໂຮງຮຽນຂອງຍີ່ປຸ່ນ. ຕາມທ່ານເອກອັກຄະລັດຖະທູດ Takewaka ແລ້ວ, ການສຶກສາຍາມໃດກໍ່ແມ່ນຂະແໜງບຸລິມະສິດຂອງຍີ່ປຸ່ນ ໃນການຮ່ວມມືກັບລາວ. ໂຄງການຈະປະກອບສ່ວນບຳລຸງສ້າງພະນັກງານໜຸ່ມທີ່ມີຄວາມເກັ່ງກ້າສາມາດ ໃຫ້ແກ່ກິດຈະການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດຂອງລາວ. ໃນຂອບເຂດໂຄງການປະຈຳປີນີ້, ນັບແຕ່ປີ 1999 ມາຮອດປະຈຸບັນ, ມີພະນັກງານລາວ 370 ຄົນໄດ້ສຳເລັດການຮຽນລະດັບປະລິນຍາໂທ ແລະ ປະລິນຍາເອກຢູ່ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ