ຍີ່ປຸ່ນ-ອາເມລິກາຈະປຶກສາຫາລືຫຼຼາຍບັນຫາຮ່ວມມືໃນການຢ້ຽມຢາມຂອງທ່ານປະທານາທິບໍດີ D.Trump

(VOVWORLD) -ວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ, ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ໃນໄລຍະຈະມາເຖິງຂອງທ່ານປະທານາທິບໍດີອາເມລິກາ Donald Trump

ຍີ່ປຸ່ນ-ອາເມລິກາຈະປຶກສາຫາລືຫຼຼາຍບັນຫາຮ່ວມມືໃນການຢ້ຽມຢາມຂອງທ່ານປະທານາທິບໍດີ D.Trump - ảnh 1 ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

(ພາບ: The Telegraph)

2 ຝ່າຍຈະແລກປ່ຽນຫຼາຍບັນຫາລະອຽດຄື: ການພົວພັນດ້ານເສດຖະກິດ 2 ຝ່າຍ; ການຮ່ວມມືມຸ່ງໄປເຖິງຜົນສຳເລັດຂອງກອງປະຊຸມສຸດຍອດ G20 ເຊິ່ງຈະດຳເນີນໃນທ້າຍເດືອນ ມິຖຸນາ ຢູ່ໂອສະກ້າ ແລະ ບັນດາບັນຫາທີ່ພວມດຶງດູດຄວາມສົນໃຈຂອງປະຊາຄົມສາກົນ, ໂດຍສະເພາະແມ່ນບັນຫາສປປ.ເກົາຫຼີ.

        ທ່ານນາຍົກລັດຖະມົນຕີ Shinzo Abe ກໍ່ໃຫ້ຮູ້ວ່າ, ໃນການຢ້ຽມຢາມຄັ້ງຈະມາເຖິງນີ້, ທ່ານປະທານາທິບໍດີ Donald Trump ອາດຈະພົບປະກັບບັນດາຄອບຄົວພົນລະເມືອງຍີ່ປຸ່ນ ຖືກ ສປປ.ເກົາຫຼີ ລອບຈັບຕົວເມື່ອຊຸມປີ 1970, 1980. ທ່ານ Shinzo Abe ເນັ້ນໜັກວ່າ, ຍີ່ປຸ່ນ ແລະ ອາເມລິກາ ຈະສົມທົບກັນແກ້ໄຂບັນຫາດັ່ງກ່າວ.

        ຕາມແຜນການ, ທ່ານປະທານາທິບໍດີອາເມລິກາ Donald Trump ຈະໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການໃນລະຫວ່າງວັນທີ 25 – 29 ພຶດສະພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ