ຍີ່ປຸ່ນ,ອາເມລິກາເຫັນດີປຶກສາຫາລືກ່ຽວກັບການຢ້ຽມຢາມສປປ.ເກົາຫຼີຂອງລັດຖະມົນຕີການຕ່າງປະເທດ Pompeo

(VOVWORLD) -ວັນທີ 06 ຕຸລາ, ກະຊວງການຕ່າງປະເທດຍີ່ປຸ່ນ ໃຫ້ຮູ້ວ່າ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ແລະ ຄູ່ຕຳແໜ່ງຍີ່ປຸ່ນ Taro Kono (ໃນກອງປະຊຸມຢູ່ໂຕກຽວ) ໄດ້ເຫັນດີນຳກັນວ່າ

ຍີ່ປຸ່ນ,ອາເມລິກາເຫັນດີປຶກສາຫາລືກ່ຽວກັບການຢ້ຽມຢາມສປປ.ເກົາຫຼີຂອງລັດຖະມົນຕີການຕ່າງປະເທດ Pompeo - ảnh 1ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ແລະ

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  

(ພາບປະກອບ: TTXVN)

2 ຝ່າຍຈະປຶກສາຫາລືກ່ຽວກັບໝາກຜົນການຢ້ຽມຢາມສປປ.ເກົາຫຼີ ທີ່ຈະມາເຖິງຂອງທ່ານ Pompeo. ໃນຖະແຫຼງການ, ກະຊວງດັ່ງກ່າວຊີ້ແຈ້ງວ່າ, ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ແລກປ່ຽນທັດສະນະຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບໝາກຜົນການພົບປະຄັ້ງກ່ອນນັ້ນລະຫວ່າງທ່ານ Pompeo ກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ກ່ຽວຂ້ອງເຖິງການຢ້ຽມຢາມສປປ.ເກົາຫຼີ ທີ່ຈະມາເຖິງຂອງລັດຖະມົນຕີການຕ່າງປະເທດອາເມລິກາ. 2 ຝ່າຍເຫັນດີນຳກັນວ່າ ຈະພົບປະ ແລະ ປຶກສາຫາລືກ່ຽວກັບໝາກຜົນການຢ້ຽມຢາມດັ່ງກ່າວພາຍຫຼັງທີ່ທ່ານ Pompeo ກັບເມືອຈາກສປປ.ເກົາຫຼີ. ຕາມກະຊວງການຕ່າງປະເທດຍີ່ປຸ່ນ ແລ້ວ, ອາເມລິກາ ແລະ ຍີ່ປຸ່ນ ມີເປົ້າໝາຍລວມໃນການຮັບປະກັນການປະຕິບັດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການປອດນິວເຄຼຍໃນແຫຼມເກົາຫຼີ ຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ