ຍີ່ປຸ່ນຮຽກຮ້ອງຈີນ ແລະສ.ເກົາຫຼີຈັດ ການປະຊຸມສຸດຍອດ


ຍີ່ປຸ່ນຮຽກຮ້ອງຈີນ ແລະສ.ເກົາຫຼີຈັດ ການປະຊຸມສຸດຍອດ - ảnh 1
ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

 (ພາບ: Telegraph)

 (vovworld)- ​ ​ວັນທີ 19/1, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ຮຽກຮ້ອງຈີນ ແລະ ສ.​ເກົາຫຼີ ຈັດການ​ປະຊຸມ​ສຸດ​ຍອດກັບ​ຍີ່ປຸ່ນ ​ເພື່ອ​ປຶກສາ​ຫາລື ​ແລະ ​ແກ້​ໄຂ​ບັນດາ​ຄວາມ​ເຄັ່ງ​ຕຶງ​ຍ້ອນ​ການ​ພິພາດ​ອະທິປະ​ໄຕ ຫຼື​ຍ້ອນ​ບັນດາ​ບັນຫາ​ປະຫວັດສາດກໍ່​ຂຶ້ນ. ມາ​ຮອດ​ປະຈຸ​ບັນ, ​ໂຕ​ກຽວ ຮຽກຮ້ອງ​​ຈັດການ​ປະຊຸມລະຫວ່າງ​ການ​ນຳ​ສາມ​ປະ​ເທດເປັນ​ປະຈຳ ແຕ່​ປັກ​ກິ​ງ ​ແລະ ​ເຊີ​ອຸນ ຍັງ​ປະຕິ​ເສດ. ທ້າຍ​ປີ 2013, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ເຮັດ​ໃຫ້ຈີນ ແລະ ສ.​ເກົາຫຼີ ມີ​ຄວາມ​ໂກດ​ແຄ້ນ ຍ້ອນ​ໄດ້​ມາ​ໄຫວ້​ອາ​ໄລ​ຢູ່​ວິຫານ Yasukuni ຊື່​ງ​ແມ່ນ​ແຫ່​ງບູຊາ​ບັນດາ​ນັກຮົບ​ຍີ່ປຸ່ນ ​ເສຍ​ຊີວິດ​ໃນ​ສົງຄາມ ​ແລະ ອາດຊະຍາ​ກຳ​ສົງຄາມ​ຈຳນວນ​ໜຶ່ງ​ທີ່ຖືກ​ປັບ​ໄໝ​ລົງ​ໂທດ​ຫຼັງ​ປີ 1945. ​ເຖິງ​ວ່າ, ທ່ານ​ນາຍົກລັດຖະ ມົນຕີຍີ່ປຸ່ນ Shinzo Abe ຢັ້ງຢືນ​ວ່າ, ​ເລື່ອງ​ທ່ານ​ມາໄຫວ້​ອາ​ໄລ​ຢູ່​ວິຫານ Yasukuni ​ແມ່ນ​ມີ​ລັກສະນະ​ສັນຕິພາບ ​ແຕ່ຈີນ ແລະ ສ.​ເກົາຫຼີ ພັດ​ຖື​ວ່າ: ການ​ກະທຳ​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແມ່ນ​ການ​ແຕະຕ້ອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະບອບ​ຫົວ​ຮຸນ​ແຮງ​ຍີ່ປຸ່ນ ​ໃນ​ເຄິ່ງຕົ້ນວັດຕະ​ວັດ​ທີ 20./.

 

ຂ່າວ/ບົດ​ອື່ນ