ຍີ່ປຸ່ນຮຽກຮ້ອງຈີນກະຈ່າງແຈ້ງກ່ວາໃນບັນຫາປ້ອງກັນປະເທດ

ຍີ່ປຸ່ນຮຽກຮ້ອງຈີນກະຈ່າງແຈ້ງກ່ວາໃນບັນຫາປ້ອງກັນປະເທດ - ảnh 1
ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ ຍີ່ປຸ່ນ ທ່ານ Yoshihide Suga
(ພາບ: dantri.com)

(vovworld) – ວັນ​ທີ 6/6, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ ຍີ່ປຸ່ນ ທ່ານ Yoshihide Suga ​ໃຫ້​ຮູ້​ວ່າ: ​ໂຕ​ກຽວ ຫວັງ​ວ່າ ຈີນ ຄວນ​ກະຈ່າງ​ແຈ້ງ​ກ່ວາ​ໃນ​ໂຄງການ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ນີ້. ​ຄຳ​ເຫັນດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ປະກາດ​ບົດ​ລາຍ​ງານ​ໂດຍ​ໃຫ້​ເຫັນ​ວ່າ: ລະດັບ​ການ​ໃຊ້​ຈ່າຍ​ທາງການ​ທະຫານ​ໃນ​ຕົວ​ຈິງ​ຂອງ ຈີນ ສູງ​ກ່ວາ​ເມື່ອ​ທຽບ​ໃສ່​ບົດ​ປະກາດ​ຂອງ ປັກ​ກິ່ງ.

    ທີ່​ການ​ປະຊຸມ​ຂ່າວ​, ທ່ານ Suga ​ເນັ້ນ​ໜັກ​ວ່າ: ​ໂດຍຜ່ານ​ທາງ​ຕ່າງໆ ຍີ່ປຸ່ນ ຈະ​ຮຽກຮ້ອງ​ໃຫ້ ຈີນ ຍົກ​ສູງ​ຄວາມ​ກະຈ່າງ​ແຈ້ງ ​ແລະ ​ເຄົາລົບ​ບັນດາ​ຫຼັກການ​ສາກົນ. ກ່ອນ​ນັ້ນ​ໜຶ່ງ​ວັນ, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ບົດ​ລາຍງານ​ມີ​ຫົວ​ຂໍ້​ວ່າ: “ບັນດາ​ການ​ຜັນ​ແປ​ດ້ານການ​ທະ​ຫານ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ກ່ຽວ​ຂ້ອງ​ເຖິງ ສປ ​ຈີນ ປີ 2014”, ​ໃນ​ນັ້ນ​ຮັບ​ຮູ້​ວ່າ: ປັກ​ກິ່ງ ຍັງ​ບໍ່​ທັນ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ບັນດາ​ລະດັບ​ການ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ປະ​ເທດ. ບັນດາ​ນັກ​ຊ່ຽວຊານ ອາ​ເມ​ລິ​ກາ ຖື​ວ່າ: ປະ​ເທດ​ມີ​ພົນລະ​ເມືອງ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ນີ້​ມີ​ລາຍ​ຈ່າຍ​ປະມານ 145 ຕື້ USD, ​ເກີນ​ກ່ວາ​ຫຼາຍ​ເມຶ່ອທຽບ​ໃສ່​ຕົວ​ເລກ 119 ຕື້ USD ​ເຊິ່ງປັກ​ກິ່ງ​ປະກາດ​ຢ່າງທາງ​ການ.



ຂ່າວ/ບົດ​ອື່ນ