ຍີ່ປຸ່ນ:ເກີດເຫດແຜ່ນດິນໄຫວມີຄວາມແຮງ7,3richterອີກຄັ້ງໜຶ່ງ

ຍີ່ປຸ່ນ:ເກີດເຫດແຜ່ນດິນໄຫວມີຄວາມແຮງ7,3richterອີກຄັ້ງໜຶ່ງ - ảnh 1
ຜົນເສຍຫາຍຍ້ອນເຫດແຜ່ນດິນໄຫວ
(ພາບ: Sputnik News)

(vovworld) – ຕາມ​ແຫຼ່ງຂ່າວ​ຫຼ້າ​ສຸດ​ແລ້ວ, ຮອດ​ຕອນ​ທ່ຽງ​ວັນ​ທີ 16/4 (ຕາມ​ເວລາ ຫວຽດນາມ), ​ເຫດ​ແຜນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7,3 richter ​ທີ່ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ​ຢູ່​ແຂວງ Kumamoto, ທາງ​ພາກ​​ໃຕ້ ຍີ່ປຸ່ນ ​ໄດ້​ເຮັດ​​ໃຫ້ 19 ຄົນ​ເສ​ຍຊີວິດ. ດັ່ງ​ນັ້ນ, ຈຳນວນ​ຜູ້​ເສຍ​ຊີວິດ​ທັງ​ໝົດໃນ​ເຫດ​ແຜ່ນດິນ​ໄຫວ 2 ຄັ້ງ​​ທີ່ເກີດ​ຂຶ້ນໃນ​ວັນ​ທີ 14 ​ແລະ 16/4 ຢູ່​ແຂວງ​ນີ້. ທ່ານ Yoshihide Suga, ຫົວໜ​້າຫ້ອງ​ວ່າການ​ລັດຖະບານ ຍີ່ປຸ່ນ ​ໄດ​້ຮັບ​ຮູ້​ວ່າ: ​ເຫດ​ແຜ່ນດິນ​ໄຫ​ວ 2 ຄັ້ງ ​ໄດ້​ເຮັດ​ໃຫ້​ມີຜູ້​ຮັບ​ບາດ​ເຈັບປະມານ 1.500 ຄົນ, ​ໃນ​ນັ້ນ​ມີ 80 ຄົນ​ຖືກ​ຮັບ​ບາດ​ເຈັບ​ໜັກ. ​ໃນ​​ເວລາ 8​ໂມງ30 ນາທີ ຕອນ​ເຊົ້າ​ວັນ​ທີ 16/4, ພູ​ໄຟ Aso ເກີດພົ່ນ​ຂີ້​ເທົ່າ​ໄຟ, ​ແຕ່​ອົງການ​ອຸຕຸ​ນິຍົມ​ໃຫ້​ຮູ້​ວ່າ: ບໍ່​ທັນ​ຮູ້​ເລື່ອງພູ​ໄຟ Aso ເກີດພົ່ນຂີ້​ເທົ່າ​ໄຟ​ນັ້ນ ມີ​ການ​ກ່ຽວຂ້ອງ​​ເຖິງ​ເຫດ​ແຜ່ນດິນ​ໄຫ​ວຫຼື​ບໍ່? ຕຳຫຼວດ​ ​ແລະ ກຳລັງ​ກູ້​ໄພ​ກູ້​ຊີບ​ພວມ​ມານະ​ພະຍາຍາມ​ກູ້​ເອົາ​ຊີວິດ​ບັນດາຄົນ​ທີ່​ຍັງ​ຄ້າງ​ໄວ້. ​ທີ່​ການ​ປະຊຸມ​ດ່ວນ​​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ເນັ້ນ​ໜັກ​ວ່າ: ລັດຖ​ະບານຈະ​ລະດົມ​​ແຫຼ່ງກຳລັງ​ທັງ​ໝົດ​ເພື່ອ​ແກ້​ໄຂ​ສະພາບ​ການ ​ແລະ ຈຳ​ກັດ​ການລະ​ເມີດ ກໍ່​ຄື​ລະດັບ​ຄວາມ​ເສຍ​ຫາຍ​ໂດຍ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ Kumamoto ກໍ່​ຂຶ້ນ.


ຂ່າວ/ບົດ​ອື່ນ