ຍີ່ປຸ່ນເລ່ີມສະໜອງໄຟຟ້ານິວເຄຼຍຄືນໃໝ່ພາຍຫຼັງຢຸດເຄື່ອນໄຫວ2ປີ

ຍີ່ປຸ່ນເລ່ີມສະໜອງໄຟຟ້ານິວເຄຼຍຄືນໃໝ່ພາຍຫຼັງຢຸດເຄື່ອນໄຫວ2ປີ - ảnh 1
(ພາບປະກອບ)

​​(vovworld) – ຕາມ​ແຈ້ງ​ການ​ຂອງ​ບໍລິ​ສັດ​ໄຟຟ້າ​ Kyushu ວັນ​ທີ 13/08, ​ໃຫ້​ຮູ້​ວ່າ, ​ເຕົານິວ​ເຄຼຍ​ເລກ 1 ທີ່​ໜ່ວຍງານປະສົມ​ນິວ​ເຄຼຍ Sendai ​ໄດ້​ເລີ່​ມກະຈາຍ​ໄຟ​ຟ້າ ​ແລະ ​ເຊື່ອມຕໍ່ກັບ​ຕາ​ໜ່າງ​ໄຟຟ້າ​ແຫ່ງ​ຊາດ ​ໃນ​​ເວລາ 14 ​ໂມງ 09 ນາທີ ຂອງ​ວັນ​ດຽວ​ກັນ, ດ້ວຍ​ກຳລັງ​ການ​ຜະລິດ​ໄຟຟ້າ 890.000 kw. ຕາມ​ນັ້ນ​ແລ້ວ, ​ເຄື່ອງຈັກກະ​ຈາ​ຍ​​ໄຟຟ້າ ​ແລະ ລະບົບສາຍສົ່ງ​ໄຟຟ້າ ​​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ເພື່ອ​ນຳ​ໄຟຟ້າ ຈາກໜ່ວຍງານນິວ​ເຄຼຍ Sendai ​ໄປ​ເຖິງ​ບັນດາ​ຄອບຄົວ ​ແລະ ວິ​ສາ​ຫະກິດ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ພາຍຫຼັງ 2 ປີ ຖືກຢຸ​ດ​ເຄື່ອນ​ໄຫວ, ​ແຫຼ່ງພະ​ລັງ​ງານ​ນິວ​ເຄຼຍ ​ໄດ້​ຖືກ​ສະ​ໜອງ​ຄືນ​ຢູ່​ຍີ່​ປຸ່ນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ກ່ຽວ​ກັບ​ລາ​ຄາ​ໄຟຟ້າ ​ແລະ ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ.

ຂ່າວ/ບົດ​ອື່ນ