ຍີ່ປຸ່ນແນະນຳກາລະໂອກາດລົງທຶນເຂົ້າຂົງເຂດກະສິກຳຂອງຫວຽດນາມ

ຍີ່ປຸ່ນແນະນຳກາລະໂອກາດລົງທຶນເຂົ້າຂົງເຂດກະສິກຳຂອງຫວຽດນາມ - ảnh 1
ຮູບແບບປູກພັກຕາມເຕັກໂນໂລຢີ ຍີ່ປຸ່ນ ຢູ່ ແຂວງ ເລີມດົ່ງ
(ພາບ: Nguyễn Dũng/TTXVN)

(vovworld) – ວັນ​ທີ 26 ​​ແລະ 27/4 ຈະ​ມາ​ເຖິງ, ອົງການ​ສົ່ງ​ເສີມ​ການ​ຄ້າຍີ່ປຸ່ນ (JETRO) ​ໄດ້​ສົມທົບ​ກັບ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ (JICA) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ພັດທະນາ​ກະສິກຳ ຫວຽດນາມ ​ແລະ ​ແງ່​ຫວັງ​ດຳ​ເນີນ​ທຸ​ລະ​ກິດ” ຢູ່​ນະຄອນ Nagoya, ປະ​ເທດ ຍີ່ປຸ່ນ. ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ສະຫງວນ​ໃຫ້​ບັນດາ​ວິ​ສາ​ຫະກິດ, ອົງການທ້ອງ​ຖິ່ນ ມີ​ຄວາມ​ສົນ​ໃຈ​ເຖິງ​ການ​ພັດທະນາ​ກະສິກຳ​ຢູ່ ຫວຽດນາມ ກໍ່​ຄື​ກາລະ​ໂອກາດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດນາມ. ກອງ​ປະຊຸ​ມຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ຄື: ​ການ​​ເຈລະຈາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ ຫວຽດນາມ - ຍີ່ປຸ່ນ, ກາລະ​ໂອກາດ​ຮ່ວມ​ມື​​ໃນ​ຂົງ​ເຂດ​ກະສິກຳ​ຢູ່ ຫວຽດນາມ, ສະພາບ​​ເສດຖະກິດ​ຢູ່ ຫວຽດນາມ ​ແລະ ສະພາບ​​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ໃນປະຈຸ​ບັນ… ​​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ, ບັນດາ​ນັກ​ຊ່ຽວຊານ​ທີ່​ປຶກສາ​ດ້ານ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ (ນັກ​ຊ່ຽວຊານ​ຂອງ JICA) ຈະ​​ແນະນຳ​ບັນດາ​ທັດສະນະ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ຢູ່​ຫວຽດນາມ.

 


ຂ່າວ/ບົດ​ອື່ນ