ຍີ່ປຸ່ນແລະຝຣັ່ງຄັດຄ້ານການກະທຳພຽງລຳພັງຝ່າຍດຽວຢູ່ທະເລຮວາຕູງແລະທະເລຕາເວັນອອກ

ຍີ່ປຸ່ນແລະຝຣັ່ງຄັດຄ້ານການກະທຳພຽງລຳພັງຝ່າຍດຽວຢູ່ທະເລຮວາຕູງແລະທະເລຕາເວັນອອກ - ảnh 1
ກຳ່ປັ່ນຂອງ ຈີນຢູ່ທະເລຕາເວັນອອກ (ພາບປະກອບ)

(vovworld) – ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ຢູ່ ຍີ່ປຸ່ນ ​​ໄດ້​ໃຫ້​ຂ່າວ​​ເມື່ອວັນ​ທີ 21/3 ວ່າ: ​ໃນ​ການ​ປະຕິບັດ​ງາ​ນ​ເຖິງ ​ເອີ​ລົບ ຂອງ​ທ່ານ Fumio Kishida, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ນັ້ນ, ທ່ານ​ໄດ້ມີ​ການ​ເຈລະ​ຈາ​ກັບ​ຄູ່​ຕ​ຳ​ແໜ່ງປະ​ເທດ​ເຈົ້າພາບ ຝຣັ່ງ Jean – Marc Ayrault ​ເພ່ືອ​ແນ​ໃສ່​ເຈລະຈາ​ກ່ຽວ​ກັບ​ການ​ຊຸກຍູ້​ບັນດາ​ມາດ​ຕະການ​ຮ່ວມ​ມື​ໃນ​ບັ້ນ​ຮົບ​ຕ້ານການ​ກໍ່​ການ​ຮ້າຍ​ທົ່ວ​ໂລກ. ທີ່​ການ​ພົບ​ປະ​ຄັ້ງ​ນີ້, ນັກ​ການ​ທູດ​ແຖວ​ໜ້າ​ຂອງ ຍີ່ປຸ່ນ ​ແລະ ຝຣັ່ງ ມີ​ບົດ​ກ່າວ​ປາ​ໄສ​ເພື່ອ​ແນ​ໃສ່​ຄັດຄ້ານ​ທຸກໆ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ປະ​ເທດ​ອື່ນ ​ເພື່ອ​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ເດີ່ມຢູ່​ເຂດ​ທະ​ເລຕາ​ເວັນ​ອອກ ​ແລະ ທ​ະ​ເລຮວາ​ຕູງ, ​ໃນ​ນັ້ນ​ມີ​ບັນດາ​ການ​ກະທຳ​ໂດ​ຍບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ຂອງ ຈີນ ​ໃນ​ບັນດາ​ເຂດ​ທະ​ເລ​ທີ່​ມີ​ຄວາ​ມຂັດ​ແຍ້​ງກັນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໄດ້​​ແຈ້ງກັບ​ຄູ່​ຕຳ​ແໜ່​ງປະ​ເທດ​ເຈົ້າພາບ​ກ່ຽວ​ກັບ​ເລື່ອງຈະ​ເປີດ​ກ້ວາງ​ບ້ວງ​ເງິນ​ໜູນ​ຊ່ວຍທີ່​ມີ​ມູນ​ຄ່າ 5 ລ້ານ USD ​​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ອົບ​ພະຍົບ ຊີຣີ.


ຂ່າວ/ບົດ​ອື່ນ