ຍີ່ປຸ່ນແລະອາເມລິກາຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກແລະທະເລຮວາຕູງ

(VOVWORLD) -ວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ໃຫ້ການຕ້ອນຮັບທ່ານ Mark Milley ປະທານສະພາເສນາທິການກຳລັງທະຫານປະສົມ ອາເມລິກາ  ພວມຢ້ຽມຢາມ ຍີ່ປຸ່ນ. 
ຍີ່ປຸ່ນແລະອາເມລິກາຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກແລະທະເລຮວາຕູງ - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານ Mark Milley ປະທານສະພາເສນາທິການກຳລັງທະຫານປະສົມ ອາເມລິກາ   (ພາບ: vtc.vn)

ກ່ຽວຂ້ອງເຖິງບັນດາການກະທຳຂອງຈີນ ຫວ່າງແລ້ວນີ້ ຢູ່ ທະເລຕາເວັນອອກ ແລະ ທະເລຮວາຕູງ, ສອງຝ່າຍເປັນເອກະພາບທັດສະນະວ່າ ມີຄວາມວິຕົກກັງວົນ ແລະ ຄັດຄ້ານການກະທຳປ່ຽນແປງສະພາບການເດີມຕາມລຳພັງຝ່າຍດຽວຂອງຈີນ ຢູ່ ທະເລຮວາຕູງ ແລະ ທະເລຕາເວັນອອກ. ສອງຝ່າຍກໍ່ໄດ້ຢັ້ງຢືນຄວາມສຳຄັນຂອງການຮ່ວມມື 3 ຝ່າຍ ລະຫວ່າງ ຍີ່ປຸ່ນ, ອາເມລິກາ ແລະ ສເກົາຫລີ ໃນບັນຫາກຮຽກຮ້ອງ ສປປ ເກົາຫລີ ປະຕິບັດການລົບລ້າງ ແລະ ມີການກວດກາສຳລັບນິວເຄຼຍ ແລະ ລູກສອນໄຟ.

ຕອບກັບ

ຂ່າວ/ບົດ​ອື່ນ